ອາຣັບບິ ຊະອຸດິ ຮັບບົດບາດໜ້າທີ່ໃໝ່ ໃນສະພາບການປະເທດນີ້ ພວມຜັນຂະຫຍາຍບັນດາມາດຕະການປະຕິຮູບດ້ານເສດຖະກິດ ແລະ ສັງຄົມ ແນໃສ່ປັບປຸງທີ່ຕັ້ງບົນເວທີສາກົນ.
ອົງມົງກຸດລາດຊະກຸມມານ ອາຣັບບິ ຊະອຸດິ Arabia Mohammed bin Salman (ພາບ: AFP/TTXVN) |
ດ້ວຍບົດບາດເປັນປະທານ G20 ຄົນໃໝ່, ອາຣັບບິ ຊະອຸດິ ຈະແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ G20 ແຕ່ວັນທີ 21 – 22 ພະຈິກ 2020. ໃນອາຍຸການນີ້, ອາຣັບບິ ຊະອຸດິ ຈະຈັດຕັ້ງກ່ວາ 100 ເຫດການ ແລະ ກອງປະຊຸມ, ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດ G20. ອົງມົງກຸດລາດຊະກຸມມານ ອາຣັບບິ ຊະອຸດິ Arabia Mohammed bin Salman ຕີລາຄາວ່າ ທີ່ຕັ້ງບົດບາດປະທານ G20 ແມ່ນໂອກາດພິເສດ ເພື່ອສ້າງຄວາມເຫັນດີເຫັນພ້ອມຂອງປະຊາຄົມສາກົນໃຫ້ເປັນຮູບປະທຳ.