ອາຊຽນ ແບ່ງເບົາຄວາມເສົ້າສະຫຼົດໃຈກັບ ມຽນມາ ກ່ຽວກັບເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຄົ້ນເພັດພອຍຢູ່ລັດ Kachin

Chia sẻ
(VOVWORLD) -ຍ້ອນຝົນຕົກໜັກເປັນເວລາຫລາຍມື້ ກໍ່ໃຫ້ເກີດເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຄົ້ນເພັດພອຍຢູ່ລັດ Kachin, ພາກເໜືອ ມຽນມາ, ອັນໄດ້ເຮັດໃຫ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລາຍ, 
ອາຊຽນ ແບ່ງເບົາຄວາມເສົ້າສະຫຼົດໃຈກັບ ມຽນມາ ກ່ຽວກັບເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຄົ້ນເພັດພອຍຢູ່ລັດ Kachin - ảnh 1ພາບປະກອບ/  AFP/baoquocte.vn

ຕາມການສະເໜີຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ, ວັນທີ 04 ກໍລະດົກ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການ ສະແດງຄວາມເຫັນໃຈ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງລັດຖະບານ ແລະ ປະລາຊົນ ມຽນມາ.

ເລື່ອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການກ່ຽວກັບເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຕົ້ນເພັດພອຍຢູ່ລັດ kachin ໄດ້ສືບຕໍ່ສະແດງໃຫ້ເຫັນ ອາຊຽນ ຍາມໃດກໍ່ຕິດຕາມຢ່າງໃກ້ຊິດ ແລະ ວ່ອງໄວ, ສົມທົບກັນເຄື່ອນໄຫວຮັບມືກັບບັນດາເຫດການທີ່ກໍ່ຜົນສະທ້ອນຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາກພື້ນ ກໍ່ຄືຊີວິດອິນຊີຂອງປະຊາຊົນ.

ຕອບກັບ