ອາ​ຊ​ຽນ ຮຽກ​ຮ້ອງ​ໃຫ້ GCC ພ້ອມ​ກັນ​ຮ່ວມ​ມືປ່ຽນ​ແປງ​ໃໝ່ ເພື່ອ​ອະ​ນາ​ຄົດ​ທີ່​ຍື​ນ​ຍົງ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງປະເທດນີ້ ໃນການຊຸກຍູ້ການພົວພັນກັບບັນດາປະເທດສະມາຊິກ GCC, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ, ການກະທຳເພື່ອດິນຟ້າອາກາດ ແລະ ການພົວພັນແລກປ່ຽນປະຊາຊົນ. ໄທ ສະເໜີໃຫ້ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນຜ່ານບັນດາສັນຍາການຄ້າເສລີ ໄທ - GCC ແລະ ອາຊຽນ - GCC.
ອາ​ຊ​ຽນ ຮຽກ​ຮ້ອງ​ໃຫ້ GCC ພ້ອມ​ກັນ​ຮ່ວມ​ມືປ່ຽນ​ແປງ​ໃໝ່ ເພື່ອ​ອະ​ນາ​ຄົດ​ທີ່​ຍື​ນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ (ພາບ: TTXVN)

ບັນດາປະເທດສະມາຊິກ ອາຊຽນ ສະແດງຄວາມປາດຖະໜາ ພ້ອມກັບສະພາຮ່ວມມືເຂດອ່າວ (GCC) ຮ່ວມມືປ່ຽນແປງໃໝ່ເພື່ອອະນາຄົດທີ່ຍືນຍົງ.

       ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - GCC ຄັ້ງທຳອິດ ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ Riyadh, ອາຣັບບີ ຊະອຸດິ ໃນວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງປະເທດນີ້ ໃນການຊຸກຍູ້ການພົວພັນກັບບັນດາປະເທດສະມາຊິກ GCC, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ, ການກະທຳເພື່ອດິນຟ້າອາກາດ ແລະ ການພົວພັນແລກປ່ຽນປະຊາຊົນ. ໄທ ສະເໜີໃຫ້ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນຜ່ານບັນດາສັນຍາການຄ້າເສລີ ໄທ - GCC ແລະ ອາຊຽນ - GCC.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການພົວພັນຄູ່ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ GCC.

        ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ສະເໜີແນະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ອາຊຽນ ແລະ GCC ແນໃສ່ນຳມາເຊິ່ງກຳລັງບົ່ມຊ້ອນດ້ານເສດຖະກິດຂອງສອງພາກພື້ນໃຫ້ສູງສຸດ.  

ຕອບກັບ