ອາຊຽນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຮັບມືກັບໂລກລະບາດ

Chia sẻ
(VOVWORLD) - “ອາຊຽນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາປະເທດຄູ່ຮ່ວມມືກ່ວາອີກ ເພື່ອຮັບມືກັບໂລກລະບາດໂຄວິດ-19; ພ້ອມທັງແກ້ໄຂບັນດາຄວາມແຕກໂຕນກັນ ແລະ ການຂັດແຍ້ງກັນ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982”. 

ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຢູ່ບັນດາກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ, ອາຊຽນ +3 (ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ) ຄັ້ງທີ 21, ອາຊຽນ - ຍີ່ປຸ່ນ ແລະ ອາຊຽນ - ສ.ເກົາຫຼີ ທີ່ດຳເນີນໃນຕອນຄ່ຳວັນທີ 9 ກັນຍາ.

ອາຊຽນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຮັບມືກັບໂລກລະບາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ+3 ຄັ້ງທີ 21 (ພາບ:  VGP)

        ທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສະເໜີໃຫ້ບັນດາປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ສືບຕໍ່ສະໜັບສະໜູນ, ເຂົ້າຮ່ວມບັນດາຂໍ້ລິເລີ່ມຂອງ ອາຊຽນ ກ່ຽວກັບການຮັບມືກັບໂຄວິດ-19.

        ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ແບ່ງປັນທັດສະນະລວມກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນໃນພາກພື້ນ, ໃນນັ້ນ ມີທະເລຕາເວັນອອກ, ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ສະເໜີໃຫ້ບັນດາຝ່າຍ ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເຊື່ອມຕໍ່ຄືນໃໝ່ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ພາຍຫລັງຖືກຕັດຕອນມາໄດ້ໄລຍະໜຶ່ງ ຍ້ອນໂລກລະບາດໂຄວິດ-19.

ຕອບກັບ