ອາຊຽນ ປະກາດການແນະນຳກ່ຽວກັບການຄຸ້ມຄອງ AIໂດຍມີຄວາມຮັບຜິດຊອບ

Chia sẻ
(VOVWORLD) -ວັນທີ 2 ກຸມພາ, ອາຊຽນ ປະກາດເອກະສານແນະນຳກ່ຽວກັບການຄຸ້ມຄອງປັນຍາປະດິດ (AI) ແລະ ຄຸນສົມບັດ, ຊອກຫາວິທີການຊຸກຍູ້ການນຳໃຊ້ເຕັກໂນໂລຊີນີ້ຢ່າງມີຄວາມຮັບຜິດຊອບໃນບັນດາອົງການຂຶ້ນກັບລັດຖະບານ ແລະ ວິສາຫະກິດ.
ອາຊຽນ ປະກາດການແນະນຳກ່ຽວກັບການຄຸ້ມຄອງ AIໂດຍມີຄວາມຮັບຜິດຊອບ - ảnh 1ພາບ ໂດຍ  AI ສ້າງຂຶ້ນຈາກ Bing Image Creator

ເອກະສານແນະນຳໄດ້ປະກາດໃຊ້ພາຍຫລັງກອງປະຊຸມທີ່ແກ່ຍາວ ລະຫວ່າງບັນດາລັດຖະມົນຕີ ຮັບຜິດຊອບຂົງເຂດດິຈີຕອນຂອງບັນດາປະເທດສະມາຊິກ ອາຊຽນ ຢູ່ ສິງກະໂປ ເພື່ອແນໃສ່ຈຸດປະສົງຫນູນຊ່ວຍ “ບັນດາອົງການຈັດຕັ້ງໃນພາກພື້ນມີຄວາມປາດຖະຫນາອອກແບບ, ພັດທະນາ ແລະ ຜັນຂະຫຍາຍບັນດາເຕັກໂນໂລຊີ AI ໃນບັນດາ App ການຄ້າ ແລະ ປອດການທະຫານ ຫລືທັງສອງຂົງເຂດນີ້.

ໃນຖະແຫລງການຮ່ວມຫລັງກອງປະຊຸມ, ບັນດາທ່ານລັດຖະມົນຕີ ອາຊຽນ ໄດ້ເນັ້ນຫນັກຄວາມຈຳເປັນສ້າງບັນດານະໂຍບາຍ ແລະ ການແນະນຳ ເພື່ອແນໃສ່ຊຸກຍູ້ການພັດທະນາຂອງບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງມີຄວາມຮັບຜິດຊອບ ແລະປອດໄພ. ບັນດາທ່ານລັດຖະມົນຕີ ອາຊຽນ ກໍ່ຕົກລົງເຫັນດີສ້າງຕັ້ງຫນ່ວຍສະເພາະກິດເພື່ອປຶກສາຫາລືກ່ຽວກັບ AI.

ຕອບກັບ