ອາຊຽນ 2020: ໜັງສືພິມ ສິງກະໂປ ຍົກໃຫ້ເຫັນແຈ້ງບັນດາຜົນສຳເລັດຂອງ ຫວຽດນາມ

Chia sẻ
(VOVWORLD) -ໃນວັນທີ 9 ພະຈິກ, ໜັງສືພິມລາຍວັນ The Straits Times (ສິງກະໂປ) ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ຕໍ່ໜ້າກອງປະຊຸມຕໍ່ໜ້າກອງປະຊຸມຊຸດຍອດອາຊຽນ” ໂດຍເນັ້ນໜັກວ່າ ໃນສະພາບວາລະກອງປະຊຸມສຸດຍອດ ອາຊຽນ ໃກ້ຈະດຳເນີນຢູ່ຮ່າໂນ້ຍ, ເລື່ອງເສດຖະກິດຫວຽດນາມປະສົບຜົນສຳເລັດແມ່ນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ.

ອາຊຽນ 2020: ໜັງສືພິມ ສິງກະໂປ ຍົກໃຫ້ເຫັນແຈ້ງບັນດາຜົນສຳເລັດຂອງ ຫວຽດນາມ - ảnh 1ທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປປະຈຳ ຫວຽດນາມ

(ພາບ: straitstimes.com

 ຕາມທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປປະຈຳ ຫວຽດນາມ ແລ້ວ, ສຳລັບສິງກະໂປ, ການພົວພັນດ້ານເສດຖະກິດແມ່ນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ. ປັດຈຸບັນ, ສິງກະໂປ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ. ສິ່ງນີ້ມີຄວາມໝາຍທີ່ສຸດ ຍ້ອນວ່າ ສອງນັກລົງທຶນແຖວໜ້າແມ່ນຍີ່ປຸ່ນ ແລະ ສ.ເກົາຫຼີ ລ້ວນແຕ່ແມ່ນ ບັນດາພື້ນຖານເສດຖະກິດ ໃຫຍ່ກ່ວາ ສິງກະໂປ. ບັນດາສັນຍາລັກຮ່ວມມືທີ່ມີແຕ່ດົນນານ ລະຫວ່າງ ສິງກະໂປ ແລະ ຫວຽດນາມ ລວມມີ: ການຮ່ວມດຳເນີນທຸລະກິດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ເຊິ່ງໄດ້ກໍ່ສ້າງກ່ອນນີ້ 24 ປີແລ້ວ, ພ້ອມກັບຂໍ້ຕົກລົງໂຄງການຮ່ວມສຳພັນແຕ່ປີ 2006 ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເງິນ, ເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການຂົນສົ່ງ.

ຕອບກັບ