ການເຈລະຈາລະຫວ່າງອີຣານກັບP5+1
photo:AP
|
(vovworld)- ຮຸ່ງເຊົ້າວັນທີ 24/11, ອີຣານ ແລະ P5+1 ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບໂຄງການນິວເຄຼຍ ເພື່ອແລກເອົາເລື່ອງຫລຸດຜ່ອນມາດຕະການລົງໂທດອີຣານ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວກະໂດດຂັ້ນທຳອິດພາຍຫລັງຄວາມມານະພະຍາຍາມໃນເກືອບຫນຶ່ງທົດສະວັດຜ່ານມາຂອງປະຊາຄົມໂລກເພື່ອສະກັດກັ້ນໂຄງການນິວເຄຼຍຂອງອີຣານ. ທ່ານນາງ Catherine Ashton ຜູ້ຕາງຫນ້າຂອງກຸ່ມ p5+1 ແລະ ຫົວຫນ້າຄະນະເຈລະຈາອີຣານ, ທ່ານລັດຖະມົນຕີການຕ່າງປະເທດ Mohammad Javad Zarif ຮັບຮູ້ວ່າ: ພາຍຫລັງ ປືກສາຫາລືຢ່າງເຄັ່ງຕຶງມາເປັນເວລາ ເກືອບ 5 ວັນ, ສອງຝ່າຍບັນລຸໄດ້ຂໍ້ຕົກລົງຊົ່ວຄາວ. ຕາມນັ້ນແລ້ວ ອີຣານ ຈະຢຸດຕິການເສີມທາດ urani ໃນຮອບເວລາ 6 ເດືອນ ເພື່ອແລກເອົາການຜ່ອນຄາຍບັນດາມາດຕະການລົງໂທດອີຣານ.