ອີ​ຣານ ແຈ້ງ​ໃຫ້​ຊາບ ມີ​ສາ​ມັນ​ຊົນ 1.332 ຄົນ ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ກັບ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ

Chia sẻ
(VOVWORLD) - ວັນທີ 06 ມີນາ ຜູ້ຕາງໜ້າ ອີຣານ ປະຈຳ ສປຊ ໃຫ້ຮູ້ວ່າ ມີສາມັນຊົນກວ່າ 1.330 ຄົນ ໄດ້ເສຍຊີວິດໃນການປະທະກັນທີ່ເກີດຂຶ້ນໃນອາທິດກ່ອນກັບ ອາເມລິກາ ແລະ ອິດສະຣາແອັນ. 

ຕົວເລກດັ່ງກ່າວ ໂດຍທ່ານເອກອັກຄະລັດຖະທູດ ອີຣານ Amir Saeid, ປະກາດກັບບັນດານັກຂ່າວຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ. ເປັນອັນວ່າ, ການເສຍຊີວິດ ແລະ ບາດເຈັບ ທີ່ ອີຣານ ຕ້ອງແບກຫາບໃນ 7 ວັນເກີດການປະທະກັນກັບ ອາເມລິກາ ແລະ ອິດສະຣາແອັນ, ແມ່ນສູງກວ່າທົບເຄິ່ງເທົ່າຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນບັ້ນສົງຄາມ 12 ວັນ ທີ່ເກີດຂຶ້ນໃນເດືອນ ມິຖຸນາ 2025 ກັບ ອິດສະຣາແອັນ.

ໃນຂະນະນັ້ນ, ວັນທີ 6 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ຈະບໍ່ເຊັນບໍ່ວ່າຂໍ້ຕົກລົງໃດກັບ ອີຣານ ຖ້າບໍ່ແມ່ນການ “ຍອມຈຳນົນແບບບໍ່ມີເງື່ອນໄຂ”. ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ພາຍຫຼັງທີ່ ອີຣານ ຄັດເລືອກໜຶ່ງ ຫຼື ຫຼາຍການນຳໃໝ່ “ທີ່ໄດ້ຮັບການຮັບຮອງ”, ອາເມລິກາ ພ້ອມກັບບັນດາພັນທະມິດຈະສົມທົບກັນເພື່ອຊ່ວຍ ອີຣານ ຫຼີກລ້ຽງບັນດາວິກິດການອັນຮ້າຍແຮງ  ແລະ ຊຸກຍູ້ການຟື້ນຟູເສດຖະກິດ.

ນັກຂ່າວ VOV ປະຈຳ ອີຢິບ ແລະ ອາເມລິກາ

ຕອບກັບ