ອີຢິບຕັດສິນໃຈເປີດປະຕູດ່ານຊາຍແດນRafah

Chia sẻ
ວັນ​ທີ 26/5, ເຈົ້າ​ໜ້າ​ທີ່ ອີ​ຢິບ ຕັດ​ສິນ​ໃຈ​ເປີດ​​ປະ​ຕູ​ດ່ານຊາຍ​ແດນ Rafah ໃນ​ເຂດ​ຊາຍ​ແດນ​ກັບ​ເຂດ ກາ​ຊາ ໃນ​ເວ​ລາ 2 ວັນ
ອີຢິບຕັດສິນໃຈເປີດປະຕູດ່ານຊາຍແດນRafah - ảnh 1
ດ່ານ​ຊາຍ​ແດນ Rafah
(ພາບ: Getty Image)

(vovworld) –  ​ວັນ​ທີ 26/5, ເຈົ້າ​ໜ້າ​ທີ່ ອີ​ຢິບ ຕັດ​ສິນ​ໃຈ​ເປີດ​​ປະ​ຕູ​ດ່ານຊາຍ​ແດນ Rafah ໃນ​ເຂດ​ຊາຍ​ແດນ​ກັບ​ເຂດ ກາ​ຊາ ໃນ​ເວ​ລາ 2 ວັນ, ເພື່ອ​ແນ​ໃສ່​ອະ​ນຸ​ຍາດ​ໃຫ້​ຊາວ ປາ​ແລດ​ສະ​ຕີນ ທີ່​ຍັງ​​ຕິດ​ຄ້າງ​ຢູ່ ອີ​ຢິບ ກັບ​ເມືອ​ບ້ານ. ເຖິງ​ຢ່າງ​ໃດ​ກໍ່​ຕາມ,  ອົງ​ການ​ຄວບ​ຄຸມ​ບັນ​ດາ​ດ່ານ​ຊາຍ​ແດນ​ຢູ່​ເຂດ ກາ​ຊາ ໂດຍ​ຂະ​ບວນ​ການ ຮາ​ມາດ ຂອງ ປາ​ແລດ​ສະ​ຕີນ ບໍ​ລິ​ຫານ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ​ມີ​ພົນ​ລະ​ເມືອງ​ຢູ່​ເຂດ ກາ​ຊາ​ ປະ​ມານ 15.000 ຄົນ​ຕ້ອງ​ໄປ - ມາ​ຜ່ານ​ເຂດ​ຊາ​ຍ​ແດນ​ເພື່ອ​ຈຸດ​ປະ​ສົງ​ຮ່ຳ​ຮຽນ, ປິນ​ປົວ​ພະ​ຍາດ, ມະ​ນຸດ​ສະ​ທຳ ແລະ ດຳ​ເນີນ​ທຸ​ລະ​ກິດ, ດັ່ງ​ນັ້ນ​ເລື່ອງ​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ Rafah ພຽງ​ເບື້ອງ​ດຽວ​ແມ່ນບໍ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້.