ອີຢູ - ອັງກິດ ຍາກທີ່ຈະບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້

Chia sẻ
(VOVWORLD) -  ເປົ້າໝາຍທີ່ບັນລຸໄດ້ຂໍ້ຕົກລົງພື້ນຖານກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ (Brexit) ພາຍໃນເວລາ 48 ຊົ່ວໂມງ ເຊິ່ງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ວາງອອກໃນວັນທີ 11 ຕຸລາ ຜ່ານມາໄດ້ຖືກປະຊາໄຊ ເມື່ອ 2 ຝ່າຍສະຫະພາບ ເອີຣົບ (ອີຢູ) ແລະ ອັງກິດ ສິ້ນສຸດບັນດາກອງປະຊຸມເຈລະຈາໃນວັນທີ 13 ຕຸລາ ເຊິ່ງບໍ່ບັນລຸໄດ້ບາດກ້າວບຸກທະລຸພົ້ນເດັ່ນໃດໆ.
ອີຢູ - ອັງກິດ ຍາກທີ່ຈະບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້ - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ  (ພາບ: AFP) 

        ຕອນຄ່ຳວັນທີ 13 ຕຸລາ, ໃນກອງປະຊຸມເພື່ອແຈ້ງໝາກຜົນກັບເອກອັກຄະລັດຖະທູດບັນດາປະເທດ ອີຢູ ຢູ່ ບຮຸກແຊນ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໃຫ້ຮູ້ວ່າ: ຂໍ້ສະເໜີກ່ຽວກັບພາສີຢູ່ຊາຍແດນ ໄອແລນ ເຊິ່ງຝ່າຍ ອັງກິດ ຍົກອອກມານັ້ນ ຍັງມີຄວາມສ່ຽງຫລາຍຢ່າງທີ່ບໍ່ທັນໄດ້ຮັບການກວດກາເທື່ອ, ກໍ່ຄືຍັງມີຈຸດບໍ່ຈະແຈ້ງຫລາຍຢ່າງ ດັ່ງນັ້ນ ອີຢູ ບໍ່ສາມາດສະໜັບສະໜູນໄດ້.

        ສະນັ້ນ, ຕາມທ່ານ Michel Barnier ແລ້ວ, ຄວາມສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້ຢູ່ກອງປະຊຸມສຸດຍອດ ອີຢູ ເບິ່ງຄືວ່າບໍ່ສາມາດເປັນໄປໄດ້, ຖ້າຫາກຝ່າຍ ອັງກິດ ບໍ່ຍົກອອກຂໍ້ສະເໜີໃໝ່ທີ່ດີກ່ວາ ນັບແຕ່ນີ້ຈົນຮອດທ້າຍວັນພຸດ ວັນທີ 16 ຕຸລາ ຈະມາເຖິງ, ກ່ອນທີ່ກອງປະຊຸມສຸດຍອດ ອີຢູ ເລີ່ມດຳເນີນໃນວັນທີ 17 ຕຸລາ.

ຕອບກັບ