ອີຢູ ສະໜັບສະໜູນຜູ້ສະໝັກເລືອກຕັ້ງຊາວ ໄນຈີເລຍ ຮັບດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ WTO

Chia sẻ
(VOVWORLD) - ວັນທີ 26 ຕຸລາ, ສະຫະພາບ ເອີຣົບ (ອີຢູ) ໃຫ້ຮູ້ວ່າ: ຜູ້ຕາງໜ້າບັນດາປະເທດສະມາຊິກ ອີຢູ ສ່ວນຫລາຍໄດ້ເຫັນດີເປັນເອກະພາບສະໜັບສະໜູນທ່ານນາງ Ngozi Okonjo-Iweala, ລັດຖະມົນຕີກະຊວງການເງິນ ໄນຈີເລຍ ຮັບດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ຂອງອົງການການຄ້າໂລກ (WTO). 
ອີຢູ ສະໜັບສະໜູນຜູ້ສະໝັກເລືອກຕັ້ງຊາວ ໄນຈີເລຍ ຮັບດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ WTO - ảnh 1ທ່ານນາງ Ngozi Okonjo-Iweala ພາບ: AFP/TTXVN

  ວິວັດການປຶກສາຫາລືຂອງ WTO ເພື່ອເລືອກເອົາຜູ້ອຳນວຍການໃຫຍ່ ແນໃສ່ປ່ຽນແທນໃຫ້ທ່ານ Roberto Azevedo (ຊາວ ບຣາຊິນ) ຈະສິ້ນສຸດລົງໃນວັນທີ 27 ຕຸລາ. ການນຳຄົນໃໝ່ຄາດວ່າ ຈະໄດ້ຮັບການປະກາດໃນເດືອນ ພະຈິກ.

ທ່ານນາງ Okonjo-Iweala, ອາຍຸ 66 ປີ ແມ່ນລັດຖະມົນຕີກະຊວງການເງິນຍິງ ຄົນທຳອິດຂອງ ໄນຈີເລຍ ແລະ ມີໄລຍະເຮັດວຽກຢູ່ທະນາຄານໂລກ (WB) ເປັນເວລາຍາວ, ດ້ວຍບົດບາດເປັນນັກເສດຖະກິດພັດທະນາ. ຖ້າໄດ້ຮັບການເລືອກເຟັ້ນ, ທ່ານນາງ Okonjo-Iweala ຈະກາຍເປັນຜູ້ອຳນວຍການໃຫຍ່ຄົນທຳອິດທີ່ມາຈາກທະວີບອາຟຣີກາ ແລະ ເປັນການນຳຍິງຄົນທຳອິດຂອງອົງການດັ່ງກ່າວ.

ຕອບກັບ