ອີຢູ ກ່າວ​ເຕືອນ​ຕວັກກີ ​ໃນ​ບັນຫາ ລີ​ບີ

Chia sẻ
(VOVWORLD) -     4 ປະເທດ ມະຫາອໍານາດ ເອີຣົບ ເຊິ່ງລວມມີ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ຈັດກອງປະຊຸມດ່່ວນໃນວັນທີ 7 ມັງກອນ ກ່ຽວກັບບັນຫາ ລີບີ. 
ອີຢູ ກ່າວ​ເຕືອນ​ຕວັກກີ ​ໃນ​ບັນຫາ ລີ​ບີ - ảnh 1 ນາຍທະຫານ ຕວັກກີ ລາດຕະເວນ (ພາບ: AFP/TTXVN)

    ໃນຖະແຫຼງການຮ່່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ຜູ້ຕາງໜ້າ 4 ປະເທດດັ່ງກ່າວ ໄດ້ຮຽກຮ້ອງໃຫ້ຢຸດຕິການແຂ່ງຂັນກັນ ແລະ “ການແຊກແຊງຈາກພາຍນອກຢ່າງຕໍ່ເນື່ອງ” ຢູ່ ລີບີ. ຖະແຫຼງການດັ່ງກ່າວ ຢັ້ງຢືນວ່າ ສະຫະພາບ ເອີຣົບ (ອີຢູ) ເຊື່ອໝັ້ນວ່າ ຈະບໍ່ມີມາດຕະການທາງການທະຫານໃດສໍາລັບວິກິດການຢູ່ ລີບີ ແລະ ຖືວ່າ ການປະທະກັນແບບເປີດກວ້າງ ຈະນໍາມາເຊິ່ງຄວາມເຈັບປວດເພີ່ມເຕີມໃຫ້ແກ່ສາມັນຊົນ.

        ໃນຂະນະນັ້ນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່່າງປະເທດ ອີຢູ ໄດ້ຕໍາໜິຕິຕຽນ ຕວັກກີ ມີການກະທໍາແຊກແຊງເຂົ້າລີບີ, ພ້ອມທັງໃຫ້ຮູ້ວ່່າ ອີຢູ ໄດ້ຮຽກຮ້ອງຢຸດຍິງ, ຫຼຸດຜ່ອນຄວາມເຄັ່ງຕຶງປິນຂັ້ນໄດ ແລະ ການແຊກແຊງຈາກພາຍນອກ, ເຊິ່ງນັບມື້ນັບເພີ່ມຂຶ້ນ. 

ຕອບກັບ