ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ຊັບ​ພະ​ຍາ​ກອນ​ແຫຼ່ງ​ນ້ຳ​ໂລກ ຄັ້ງ​ທີ 10

Chia sẻ
(VOVWORLD) -    ວັນທີ 20 ພຶດສະພາ, ເວທີປາໄສຊັບພະຍາກອນແຫຼ່ງນ້ຳໂລກ ຄັ້ງທີ 10 (WWF) ໄດ້ໄຂຂຶ້ນໃນວັນທີ 20 ພຶດສະພາ ຢູ່ເກາະ ບາຫຼີ ຂອງ ອິນໂດເນເຊຍ.
ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ຊັບ​ພະ​ຍາ​ກອນ​ແຫຼ່ງ​ນ້ຳ​ໂລກ ຄັ້ງ​ທີ 10 - ảnh 1ບ່ອນສະໜອງຂໍ້ມູນກ່ຽວກັບເວທີປາໄສ ຢູ່ສະໜາມບິນ (ພາບ: VOV)

WWF ຄັ້ງທີ 10 ແມ່ນໂອກາດເຕົ້າໂຮມບັນດາຝ່າຍທີ່ກ່ຽວຂ້ອງໃນຂົງເຂດຊັບພະຍາກອນແຫຼ່ງນ້ຳ ລວມມີ ລັດຖະບານ, ສະພາແຫ່ງຊາດ, ບັນດາການນຳການເມືອງ, ອົງການຈັດຕັ້ງຫຼາຍຝ່າຍ, ນັກຮຽນຮູ້, ວິສາຫະກິດ. ເຫດການດັ່ງກ່າວ ມີຜູ້ເຂົ້າຮ່ວມປະມານ 300.000 ຄົນ ທີ່ມາຈາກ 172 ປະເທດ ແລະ ເຂດແຄວ້ນ.

            ເວທີປາໄສ ປຶກສາຫາລື 4 ບັນຫາ, ລວມມີ: ການປົກປັກຮັກສາແຫຼ່ງຊັບພະຍາກອນນ້ຳ, ນ້ຳສະອາດ ແລະ ການອະນາໄມ; ຄວາມໝັ້ນຄົງດ້ານສະບຽງອາຫານ; ພະລັງງານ ແລະ ຫຼຸດຜ່ອນໄພພິບັດ. ຄາດວ່າ ເວທີປາໄສດັ່ງກ່າວ ຈະຍົກອອກບັນດາຂໍ້ລິເລີ່ມກ່ຽວກັບມາດຕະການ ແລະ ຄຳໝັ້ນສັນຍາໃໝ່ ແນໃສ່ບັນລຸໄດ້ບັນດາເປົ້າໝາຍຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ ແລະ ຍຸຕິທຳ.

ຕອບກັບ