ອິນ​ໂດ​ເນ​ເຊຍ ຮຽກ​ຮ້ອງ​ໃຫ້ ອາ​ຊຽນ ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນ​ຫາ ມຽນ​ມາ ໃນ​ທັນ​ທີ

Chia sẻ
(VOVWORLD) -ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ຮຽກຮ້ອງ ໃຫ້ ອາຊຽນ ຈົ່ງບົ່ງຕົວທູດພິເສດຮັບຜິດຊອບກ່ຽວກັບບັນຫາ ມຽນມາ ໃນທັນທີ.
ອິນ​ໂດ​ເນ​ເຊຍ ຮຽກ​ຮ້ອງ​ໃຫ້ ອາ​ຊຽນ ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນ​ຫາ ມຽນ​ມາ ໃນ​ທັນ​ທີ - ảnh 1ຕຳຫຼວດຕ້ານການຈະລາຈົນໃນວັນທີ 25/2/2021  (ພາບ: AFP/TTXVN)

ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຜ່ານທາງອອນລາຍຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໃນວັນທີ 02 ມິຖຸນາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ຮຽກຮ້ອງ ໃຫ້ ອາຊຽນ ຈົ່ງບົ່ງຕົວທູດພິເສດຮັບຜິດຊອບກ່ຽວກັບບັນຫາ ມຽນມາ ໃນທັນທີ. ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງເວລາກວ່າ 1 ເດືອນ ທີ່ ອາຊຽນ ເຫັນດີຕໍ່ບັນດາຂັ້ນຕອນແກ້ໄຂວິກິດການດ້ານການເມືອງ ຢູ່ ມຽນມາ.

        ທ່ານນາງ ເນັ້ນໜັກວ່າ ການແຕ່ງຕັ້ງທູດພິເສດ “ຕ້ອງໄດ້ປະຕິບັດໃນທັນທີ ແລະ ການຕິດຕໍ່ພົວພັນກັບບັນດາຝ່າຍທັງໝົດຕ້ອງສືບຕໍ່ໄດ້ຮັບການຮັກສາ.” ຕາມທ່ານນາງ ແລ້ວ ຕ້ອງສົ່ງເສີມວິວັດການດຳເນີນການເຈລະຈາເພື່ອແກ້ໄຂວິກິດການດ້ານການເມືອງ ຢູ່ ມຽນມາ ແລະ ຟື້ນຟູປະຊາທິປະໄຕຢູ່ປະເທດນີ້ຄືນໃໝ່ໂດຍໄວ ແລະ ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງ ປະຊາຊົນ ມຽນມາ.


ຕອບກັບ