ອິນໂດເນເຊຍ ຮ່ວມແຮງຮ່ວມໃຈກັບອາຊຽນ ປະຕິບັດຄຳຮຽກສິດໃນການເດີນທະເລຢູ່ທະເລຕາເວັນອອກ

ເຮືອງຈ່າ, ນັກຂ່າວ VOV ປະຈຳອິນໂດເນເຊຍ
Chia sẻ
(VOVWORLD) -ໃນໄລຍະເກີດໂລກລະບາດ, ອິນໂດເນເຊຍ ສືບຕໍ່ປົກປັກຮັກສາເຂດທະເລ Natuna ໃຫ້ຫຼຸດພົ້ນອອກຈາກຈຸດເຄັ່ງຮ້ອນຂອງການປະທະກັນຢູ່ທະເລຕາເວັນອອກ.

ອິນໂດເນເຊຍ ຮ່ວມແຮງຮ່ວມໃຈກັບອາຊຽນ ປະຕິບັດຄຳຮຽກສິດໃນການເດີນທະເລຢູ່ທະເລຕາເວັນອອກ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi

(ພາບປະກອບ: idtoday)

ວັນທີ 22 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ, ໃນໄລຍະເກີດໂລກລະບາດ, ອິນໂດເນເຊຍ ສືບຕໍ່ປົກປັກຮັກສາເຂດທະເລ Natuna ໃຫ້ຫຼຸດພົ້ນອອກຈາກຈຸດເຄັ່ງຮ້ອນຂອງການປະທະກັນຢູ່ທະເລຕາເວັນອອກ. ທ່ານນາງ Retno Marsudi ກໍ່ຢືນຢັນວ່າ, ນອກຈາກການປະຕິບັດກົດໝາຍຢ່າງສະເໝີຕົ້ນສະເໝີປາຍແລ້ວ, ອິນໂດເນເຊຍ ພ້ອມກັບບັນດາປະເທດອາຊຽນ ອື່ນໄດ້ຮັບຮູ້ຫຼັກໝັ້ນເຂັ້ມແຂງກ່ຽວກັບການປະຕິເສດບັນດາຄຳຮຽກສິດໃນການເດີນທະເລຂອງຈີນ ແມ່ນໄປຝືນກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຜ່ານບັນດາເອກະສານລັດຖະການທາງການທູດທີ່ສົ່ງຕໍ່ຄະນະກຳມະການສະຫະປະຊາຊາດກ່ຽວກັບຂດແດນຢູ່ໄຫຼ່ທະວີບ.

        ທ່ານນາງ Retno Marsudi ຊີ້ແຈ້ງວ່າ, ປະເທດນີ້ພວມມານະພະຍາຍາມສ້າງຕັ້ງການພົວພັນທາງການທູດແບບຍືນຍົງກັບບັນດາປະເທດມະຫາສະມຸດປາຊີຟິກ ດ້ວຍວິທີໃຫ້ບຸລິມະສິດການເຄົາລົບອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ.

ຕອບກັບ