ອົດ​ສະ​ຕາ​ລີ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ RCEP

Chia sẻ
(VOVWORLD) -ອົດສະຕາລີ ເປັນປະເທດທີ 8 ທີ່ໃຫ້ສັດຕະຍາບັນສັນຍາ RCEP. ສັນຍາສະບັບດັ່ງກ່າວຈະມີຜົນສັກສິນໃນວັນທີ 1 ມັງກອນ 2022. 
ອົດ​ສະ​ຕາ​ລີ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ RCEP - ảnh 1ພິທີເຊັນສັນຍາ RCEP 2020 (ພາບ: AP)

ວັນທີ 02 ພະຈິກ ທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne ພ້ອມດ້ວຍທ່ານລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ອົດສະຕາລີ Dan Tehan ໄດ້ອອກຖະແຫຼງການຮ່ວມ ໂດຍແຈ້ງກ່ຽວກັບເລື່ອງປະເທດນີ້ໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ຖະແຫຼງການສະບັບດັ່ງກ່າວກໍຢັ້ງຢືນວ່າ ສັນຍາ RCEP ຈະຊຸກຍູ້ການພົວພັນທາງການຄ້າ ລະຫວ່າງ ອົດສະຕາລີ ກັບບັນດາປະເທດສະມາຊິກ ອາຊຽນ ແລະ ກໍແມ່ນສັນຍານທີ່ສະແດງໃຫ້ເຫັນການສະໜັບສະໜູນຂອງ ອົດສະຕາລີ ທີ່ມີຕໍ່ບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບຂອງພາກພື້ນ.

        ຕາມຂໍ້ກຳນົດແລ້ວ, ສັນຍາສະບັບດັ່ງກ່າວຈະມີຜົນສັກສິດຢ່າງເປັນທາງການໃນເມື່ອມີ 6 ປະເທດສະມາຊິກ ອາຊຽນ ແລະ 3 ປະເທດຄູ່ຮ່ວມມືໃຫ້ສັດຕະຍາບັນ. ປັດຈຸບັນ, ໄດ້ມີ 5 ປະເທດສະມາຊິກ ອາຊຽນ ໃຫ້ສັດຕະຍາບັນແລ້ວ ເຊິ່ງລວມມີ ສິງກະໂປ, ບຣູໄນ, ລາວ, ກຳປູເຈຍ ແລະ ໄທ ແລະ 2 ປະເທດຄູ່ຮ່ວມມື ນັ້ນແມ່ນ ຍີ່ປຸ່ນ ແລະ ຈີນ. ເປັນອັນວ່າ, ອົດສະຕາລີ ເປັນປະເທດທີ 8 ທີ່ໃຫ້ສັດຕະຍາບັນສັນຍາ RCEP. ສັນຍາສະບັບດັ່ງກ່າວຈະມີຜົນສັກສິນໃນວັນທີ 1 ມັງກອນ 2022. ເມື່ອມີຜົນສັກສິນ, ສັນຍາສະບັບດັ່ງກ່າວຈະແມ່ນສັນຍາການຄ້າເສລີໃຫຍ່ອັນດັບໜຶ່ງໃນໂລກ, ນຳ 9 ໃນຈຳນວນ 15 ຄູ່ຮ່ວມມືການຄ້າແຖວໜ້າຂອງ ອົດສະຕາລີ ເຂົ້າໃນຂອບເຂດການຮ່ວມມື.

ຫວຽດນາມ - ນັກຂ່າວ VOV ປະຈຳ ອົດສະຕາລີ. 

ຕອບກັບ