ອິດສຣາແອນ ກໍ່ສ້າງກຳແພງປ້ອງກັນຄວາມສະຫງົບຢູ່ທະເລ

Chia sẻ
(vovworld) - ອິດສຣາ​ແອນ ​ພວມ​ມີ​ແຜນການ​ກໍ່ສ້າງ​ກຳ​ແພງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ທະ​ເລ ທີ່​ສູງ​ປະມານນັບ​ສິມ​ແມດ ​ເພື່ອ​ຂັ້ນແບ່ງ​ 2 ນະຄອນ​​ແຄ​ມ​ຝັ່ງ​ທະ​ເລ​ແດງ ​ແມ່ນ Eilat (ອິດສຣາ​ແອນ) ​ແລະ Taba (ອີ​ຢີບ)
ອິດສຣາແອນ ກໍ່ສ້າງກຳແພງປ້ອງກັນຄວາມສະຫງົບຢູ່ທະເລ - ảnh 1
​ກໍ່ສ້າງ​ກຳ​ແພງ​ຊາຍ​ແດນ​ໃໝ່​ທາງບົກ​ລະຫວ່າງ​ອິດສະຣາ​ແອນ ​ແລະ ອີ​ຢີບ
(ພາບ: yourmiddleeast)


(vovworld) - ວັນ​ທີ 11/07, ກອງທັບ ອິດສຣາ​ແອນ ​ໃຫ້​ຮູ້​ ພວມ​ມີ​ແຜນການ​ກໍ່ສ້າງ​ກຳ​ແພງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ທະ​ເລ ທີ່​ສູງ​ປະມານນັບ​ສິມ​ແມດ ​ເພື່ອ​ຂັ້ນແບ່ງ​ 2 ນະຄອນ​​ແຄ​ມ​ຝັ່ງ​ທະ​ເລ​ແດງ ​ແມ່ນ Eilat (ອິດສຣາ​ແອນ) ​ແລະ Taba (ອີ​ຢີບ), ​ໃນ​ສະພາບ​ທີ່ຂາດສະຖຽນ​ລະ​ພາບ​ຢູ່​ອີ​ຢີບ ​ແລະ ສະພາບ​ວຸ້ນວາຍ​ທີ່​ພວມເພີ່ມ​ຂຶ້ນ​ໃນ​​ແຫຼມ Sinai ນັ້ນ. ​ແຜນການນີ້​ແມ່ນ​ໄລຍະ​ສຸດ​ທ້າຍ​ຂອງ​ໂຄງການ​ເພີ່ມ​ທະວີ​ຄວາມ​ສະຫງົບ​ຢູ່​ຊາຍ​ແດນ​ອິດສຣາ​ແອນ ຈະ​ໄດ້​ຮັບ​ການກໍ່ສ້າງ​ໃນ​ປີ 2014 ດ້ວຍ​ການ​ສົມທົບ​ຂອງ​ອີ​ຢີບ. ພ້ອມກັນ​ນັ້ນ, ​ເລື່ອງ​ກໍ່ສ້າງ​ກຳ​ແພງ​ຊາຍ​ແດນ​ໃໝ່​ທາງບົກ​ລະຫວ່າງ​ອິດສະຣາ​ແອນ ​ແລະ ອີ​ຢີບ ພວມ​ຢູ່​ໃນ​ໄລຍະ​ສຸດ​ທ້າຍ ​ແລະ ຕາມ​ການ​ຄາດ​ນະ​ເນ​ແລ້ວ, 2 ຝ່າຍ​ຈະ​ສຳ​ເລັດ​ການ​ກໍ່ສ້າງກຳແພງ​ໃໝ່​ນີ້​ໃນ​ຕົ້ນ​​ປີ 2014. ​ເຂດ​ຊາຍ​ແດນ​ນີ້​ແມ່ນ​​ເຂດ​ທີ່​ມີ​ຄວາມ​ສະດຸ​ງ​ໄວ ​ແລະ ບັນດາ​ທະຫານ​ປະກອບ​ອາວຸດສາມາດ​ແຊກ​​ແຊງ​ເຂົ້າ​ໄດ້ຢ່າງ​ງ່າຍດາຍ. ​ໃນ​ອາທິດ​ກອນ, ບັນດາ​ທະຫານ​ມຸດ​ສະ​ລິມ ​ໄດ້​ຍິງ​ລູກ​ສອນ​ໄຟ​ Grad ລູກ​ໜຶ່ງ ຈາກ​ແຫຼມ Sinai ຂອງ​ອີ​ຢີບ ​ທາງ​ທິດ​ເໜືອ​ນະຄອນ Eilat ​ເຂົ້າ ​ແຕ່​ບໍ່​​ເກີດ​ຄວາມ​ບາດ​ເຈັບ​ລົມ​ຕາຍ.