ອັດວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳ ສະພາແຫ່ງຊາດ

Chia sẻ

ອັດ​ວາລະ​ປະຊຸມ​ຄັ້ງ​ທີ 6 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ

ອັດວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1
ທ່ານ​ປະທານສະພາ​ແຫ່ງ​ຊາດ Nguyen Sinh Hung
ໃນວາ​ວາລະອັດກອງ​ປະຊຸມ​ຄັ້ງ​ທີ 6


(vovworld) - ຕອນ​ເຊົ້າ​ວັນ​ທີ 28-3, ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ອັດ​ວາລະ​ປະຊຸມ​ຄັ້ງ​ທີ 6 . ​ໃນ 8 ວັນ​ແຫ່ງ​ການ​ດຳ​ເນີນ​ວາລະ​ປະຊຸມ​ຄັ້ງ​ທີ 6, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາ​ລື ​ແລະ ​ຕົກລົງ​ຫຼາຍ​ເນື້ອ​ໃນ​ທີ່​ສຳຄັນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ຮ່າງ​ກົດໝາຍ 6 ສະບັບ​ເຊິ່ງຈະ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ນີ້. ​ແລະ ​ກໍ່​ຢູ່​ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມາ​ທິການ​ຮຽບຮຽງ ປັບປຸງ​ລັດຖະທຳ​ມະນູນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສະຫຼຸບ​ເລ​ື່ອງ ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ຈຳນວນ​ໜຶ່ງ​ເຊິ່ງຄາດ​ວ່າ​ຈະ​ປັບປຸງ, ​ເພີ່ມ​ເຕີມ. ກ່າວ​ຄວາມ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເນັ້ນ​ໜັກ​ວ່າ. ຈຸດ​ພິ​ເສດ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້​ນັ້ນ​ແມ່ນ. ​ເປັນ​ຄັ້ງ​ທຳ​ອິດ​ທີ່ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ຈັດການ​ຊັກ​ຖາມ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ, ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ກ່ຽວ​ກັບ​ບັນດາ​ບັນຫາ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ, ​ໂດຍ​ມີ​ການຖ່າຍ​ທອດ​ສົດ​ທາງ​ວິທະຍຸ, ​ໂທລະພາບ, ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຕິດ​ຕາມ. ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຊີ້​ແຈ້ງວ່າ:

”ການ​ເຄື່ອນ​ໄຫວ​ຊັກ​ຖາມ​ຄັ້ງ​ນີ້ ​ເພື່ອ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດຕິດຕາມ​ກວດກາການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ຂອງ​ລັດຖະບານ. ພວກ​ເຮົາ​ຈະ​ຖອດ​ຖອນ​ບົດຮຽນ, ຕີ​ລາຄາ​ວຽກ​ໃດ​ປະຕິບັດ​ໄດ້​ດີ, ວຽກ​ໃດ​ຄວນ​ປະຕິບັດ​ໃຫ້​ດີກ​ວ່າ, ​ເຮັດ​ຄື​ແນວ​ໃດ​ເພື່ອ​ໃຫ້​ຂົວ​ເຊື່ອມ​ຕໍ່​ລະຫວ່າງ ສສຊ, ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກັບ​ປະຊາຊົນ​ນັບ​ມື້​ນັບ​ເປີດ​ເຜີ​ຍ, ກະຈາ​ງ​ແຈ້ງ, ປະຊາທິປະ​ໄຕ, ​ເພື່ອ​ໃຫ້​ພວກ​ເຮົາ​ປະຕິບັດ​ວຽກ​ງານ​ທີ່​ປະຊາຊົນ​ມອບ​ໝາຍ​ໃຫ້​ຢ່າງ​ດີ​ທີ່​ສຸດ”

​ແລະ​ກໍ່​ຢູ່​ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ເລື່ອງ​ປ່ອນ​ບັດ​ໄວ້​ວາງ​ໃຈ​ປະຈຳ​ປີ​ສຳ​ຫຼັບ​ຕຳ​ແໜ່​ງ ປະທານ​ປະ​ເທດ, ນາຍົກລັດຖະມົນຕີ, ປະທານ​ສະພາ​ແຫ່ງ​ຊາດ, ​ແລະ​ ຕຳ​ແໜ່​ງອື່ນໆ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ. ໝາກຜົນ​ແຫ່ງ​ການ​ປ່ອນ​ບັດ​ຈະ​ຖືກ​ປະກາດ​ຢ່າງ​ເປີດ​ເຜີຍ. ຜູ້​ໃດ​ບໍ່​ໄດ້​ຮັບ​ຈຳນວນ​ບັດ​ສະໜັບສະໜູນ​ກວ່າ 50% ​ໃນ 2 ຄັ້ງ​ຢ່າງຕໍ່​ເນື່ອງ​ຈະ​ພິຈາລະນາ, ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຍົກ​ເວັ້ນ ຫຼື​ລາ​ອອກ​ຈາກ​ຕຳ​ແໜ່​ງ.