ອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ມາໄລເຊຍ ແລກປ່ຽນບົດຮຽນໃນການຈັດຕັ້ງ ASOSAI

Chia sẻ
(VOVWORLD) - ວັນທີ 20 ມີນາ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ຫົວໜ້າ ອົງການກວດສອບແຫ່ງລັດ ໂຮ່ດຶກເຟິກ ໄດ້ໃຫ້ການຕ້ອນຮັບ ທ່ານ Khalid Khan Bin Abdullah Khan ຮອງຫົວໜ້າອົງການກວດສອບແຫ່ງລັດມາໄລເຊຍ ພວມເຮັດວຽກຢູ່ຫວຽດນາມ.
ອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ມາໄລເຊຍ ແລກປ່ຽນບົດຮຽນໃນການຈັດຕັ້ງ ASOSAI  - ảnh 1ທ່ານ ຫົວໜ້າ ອົງການກວດສອບແຫ່ງລັດ ໂຮ່ດຶກເຟິກ ຕ້ອນຮັບ ທ່ານ Khalid Khan Bin Abdullah Khan ຮອງຫົວໜ້າອົງການກວດສອບແຫ່ງລັດມາໄລເຊຍ 

ທີ່ການເຮັດວຽກ, ທ່ານ ໂຮ່ດຶກເຟິກ ໃຫ້ຮູ້ວ່າ ຂະແໜງກວດສອບຫວຽດນາມພວມກໍ່ສ້າງຍຸດທະສາດພັດທະນາການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານຮອດປີ 2030. ຝ່າຍຫວຽດນາມຫວັງວ່າ ຈະໄດ້ຮັບການໜູນຊ່ວຍຈາກ ອົງການກວດສອບມາໄລເຊຍ ໃນການບຳລຸງສ້າງຊັບພະຍາກອນມະນຸດ ເພື່ອຮັບໃຊ້ການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ບັນດາຂົງເຂດອື່ນໆອີກ.

         ທ່ານ ຫົວໜ້າ ອົງການກວດສອບແຫ່ງລັດ ໂຮ່ດຶກເຟິກ ກໍໃຫ້ຮູ້ຕື່ມວ່າ ປັດຈຸບັນ ອົງການກວດສອບແຫ່ງລັດຂອງຫວຽດນາມ ພວມກະກຽມບັນດາຂັ້ນຕອນສຸດທ້າຍ ເພື່ອຮັບໃຊ້ໃຫ້ແກ່ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງສະຖາບັນບັນດາອົງການກວດສອບແຫ່ງລັດສູງສຸດພາກພື້ນ ອາຊີ (ASOSAI 14) ເຊິ່ງຫວຽດນາມຮັບຜິດຊອບໜ້າທີ່ເປັນເຈົ້າພາບ. ອົງການກວດສອບແຫ່ງລັດ ຫວຽດນາມປາດຖະໜາວ່າ ອົງການກວດສອບແຫ່ງລັດ ມາໄລເຊຍ, ເຊິ່ງເປັນປະທານ ASOSAI ສະໄໝ 2015 – 2018, ຈະແບ່ງປັນບົດຮຽນ ເພື່ອຈັດຕັ້ງກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດ ກໍຄືກໍ່ສ້າງລາຍການແຜນການ ເປັນປະທານ ASOSAI ໄລຍະ 2018 – 2021.  

ຕອບກັບ