ອົງການ WWF ອາຊີ ປາຊີຟິກ ໃຫ້ຄໍາໝັ້ນສັນຍາໜູນຊ່ວຍ ແຂວງເທື່ອທຽນ - ເຫວ້ ໃນການຜັນຂະຫຍາຍໂຄງການ ອະນຸລັກຮັກສາຊີວະນານາພັນໃນປ່າ ໄລຍະ 2

Chia sẻ
(VOVWORLD) -WWF ຈະອຸປະຖໍາເງິນກວ່າ 3,5 ລ້ານ USD ເພື່ອຜັນຂະຫຍາຍ 6 ໂຄງການ ຢູ່ແຂວງເທື່ອທຽນເຫວ້. ນອກຈາກນັ້ນ, WWF ຍັງຈະໜູນຊ່ວຍເງິນ 105.000 USD ຕື່ມອີກເພື່ອປະຕິບັດ 7 ກຸ່ມໜ້າວຽກໃນຂອບເຂດຂອງໂຄງການ “ພູຫຼວງຂຽວ” ຢູ່ແຂວງເທື່ອທຽນເຫວ້.

ຕອນບ່າຍວັນທີ 9 ເມສາ, ທີ່ນະຄອນ ເຫວ້ຂອງຫວຽດນາມ, ທ່ານ ຫງວຽນຢຸງ ປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ Prasanna De Silva, ຜູ້ອໍານວຍການອົງການ WWF (ອົງການອະນຸລັກຮັກສາທໍາມະຊາດ) ອາຊີ - ປາຊີຟິກ, ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບທ້ອງຖິ່ນ ກ່ຽວກັບການຜັນຂະຫຍາຍບັນດາໂຄງການຂອງ WWF ໃນບໍລິເວນແຂວງ.

ອົງການ WWF ອາຊີ ປາຊີຟິກ ໃຫ້ຄໍາໝັ້ນສັນຍາໜູນຊ່ວຍ ແຂວງເທື່ອທຽນ - ເຫວ້ ໃນການຜັນຂະຫຍາຍໂຄງການ ອະນຸລັກຮັກສາຊີວະນານາພັນໃນປ່າ ໄລຍະ 2 - ảnh 1ທ່ານ ຫງວຽນຢຸງ ປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້  ຖ່າຍຮູບເປັນທີ່ລະນຶກກັບຄະນະຜູ້ແທນ WWF (ພາບ: baothuathienhue.vn)

        ທີ່ການເຮັດວຽກ, ຜູ້ອໍານວຍການອົງການ WWF ອາຊີ - ປາຊີຟິກ ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍແຂວງເທື່ອທຽນ - ເຫວ້ ໃນການຜັນຂະຫຍາຍໂຄງການ “ອະນຸລັກຮັກສາຊີວະນານາພັນໃນປ່າ” ໄລຍະ 2. ໃນໄລຍະ 2019 – 2023, WWF ຈະສົມທົບກັບບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການອະນຸມັດຜ່ານໃນເອກະສານໂຄງການ ຢູ່ ແຂວງເທື່ອທຽນເຫວ້; ຈຸດສຸມ ແມ່ນໜູນຊ່ວຍໃຫ້ໂຄງການ “ອະນຸລັກຮັກສາຊີວະນານາພັນໃນປ່າ” ໃນໄລຍະ 2.  ທ່ານ Prasanna De Silva ປາດຖະໜາວ່າ ຄະນະກໍາມະການປະຊາຊົນແຂວງ ເທື່ອທຽນເຫວ້ ຈະອະນຸມັດຜ່ານໂຄງການນີ້ໂດຍໄວ ເພື່ອເລີ່ປະຕິບັດໃນຕົ້ນເດືອນພຶດສະພາ 2019.

        ຕາມເອກະສານຮ່ວມມືລະຫວ່າງແຂວງເທື່ອທຽນເຫວ້ ແລະ WWF ຢູ່ຫວຽດນາມ, ໃນໄລຍະ 2012 – 2022, WWF ຈະອຸປະຖໍາເງິນກວ່າ 3,5 ລ້ານ USD ເພື່ອຜັນຂະຫຍາຍ 6 ໂຄງການ ຢູ່ແຂວງເທື່ອທຽນເຫວ້. ນອກຈາກນັ້ນ, WWF ຍັງຈະໜູນຊ່ວຍເງິນ 105.000 USD ຕື່ມອີກເພື່ອປະຕິບັດ 7 ກຸ່ມໜ້າວຽກໃນຂອບເຂດຂອງໂຄງການ “ພູຫຼວງຂຽວ” ຢູ່ແຂວງເທື່ອທຽນເຫວ້.


ຕອບກັບ