ອັງກິດໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມການເລືອກຕັ້ງ EP ໂດຍບໍ່ຫົວຊາຕໍ່ການຜັນແປໃນການເຈລະຈາກັບພັກຝ່າຍຄ້ານ

Chia sẻ
(VOVWORLD) -ວັນທີ 07 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີອັງກິດ David Lidington ຢືນຢັນວ່າ, ອັງກິດ ຈະດຳເນີນການເລືອກຕັ້ງລັດຖະສະພາເອີລົບ (EP) ໃນທ້າຍເດືອນພຶດສະພາ ນີ້, ໂດຍບໍ່ຫົວຊາຕໍ່ທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນການເຈລະຈາກັບພັກແຮງງານຝ່າຍຄ້ານ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ Brexit.

ກ່າວຄຳເຫັນທາງໂທລະພາບ, ທ່ານ Lidington ໃຫ້ຮູ້ວ່າ ຈະບໍ່ສິ້ນສຸດການເຈລະຈາກັບພັກແຮງງານ ກ່ຽວກັບຂໍ້ຕົກລົງ Brexit ກ່ອນວັນທີ 23 ພຶດສະພາ ຈະມາເຖິງ, ເຊິ່ງແມ່ນຈຸດເວລາທີ່ດຳເນີນການເລືອກຕັ້ງ EP. ທ່ານ Lidington ໃຫ້ຮູ້ວ່າ, ລັດຖະບານອັງກິດ ເຄີຍຕັ້ງຄວາມຫວັງໄວ້ວ່າ ອາດຈະບັນລຸໄດ້ຂໍ້ຕົກລົງ Brexit ກ່ອນວັນດັ່ງກ່າວ ເພື່ອໃຫ້ລອນດອນ ບໍ່ຕ້ອງເຂົ້າຮ່ວມການເລືອກຕັ້ງ EP, ແຕ່ບັນດາການເຈລະຈາກັບພັກແຮງງານຍັງຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ. ຄາດວ່າ, ອາຍຸການໃໝ່ຂອງ EP ຈະຈັດກອງປະຊຸມຄັ້ງທຳອິດໃນວັນທີ 02 ກໍລະກົດ.

ຕອບກັບ