ອັງ​ກິດ ແລະ ເຢຍ​ລະ​ມັນ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ກ່ຽວກັບ​ບັນ​ຫາ Brexit

Chia sẻ
(VOVWORLD) -ວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angele Merkel ໄດ້ເຫັນດີເປັນເອກະພາບສົມທົບກັນເພື່ອບັນລຸໄດ້ຂໍ້ຕົກລົງ Brexit (ອັງກິດຖອນຕົວອອກຈາກສະຫະພາບເອີລົບ - EU) ພ້ອມທັງຈະປຶກສາຫາລືກ່ຽວກັບບັນຫານີ້ຢູ່ກອງປະຊຸມຂອງສະຫະປະຊາຊາດໃນອາທິດໜ້າ.
ອັງ​ກິດ ແລະ ເຢຍ​ລະ​ມັນ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ກ່ຽວກັບ​ບັນ​ຫາ Brexit - ảnh 1  ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angele Merkel (ພາບ: TTXVN)

ລາຍລະອຽດ, ຕາມໂຄສົກຂອງທ່ານນາຍົກລັດຖະມົນ ອັງກິດໃຫ້ຮູ້ວ່າໃນການໂອ້ລົມກັບທ່ານນາງນາຍົກລັດຖະມົນຕີ Merkel ໃນຕອນເຊົ້າວັນທີ 17 ກັນຍາ, ການນຳອັງກິດໄດ້ຢ້ຳຄືນໃໝ່ວ່າ ປະເທດນີ້ ແລະ EU ໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ຄວາມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງໂດຍບໍ່ມີມາດຕາ “ກີດຂວາງ” ເພື່ອແນໃສ່ຈະໄດ້ຮັບການສະໜັບສະໜູນຈາກສະພາແຫ່ງຊາດອັງກິດ. ທ່ານນາຍົກລັດຖະມົນຕີ Johnson ໄດ້ຖະແຫຼງວ່າ ທ່ານຈະເຮັດວຽກດ້ວຍຄວາມຕັດສິນໃຈ ແລະ ມີຄວາມອົດທົນເພື່ອບັນລຸໄດ້ຂໍ້ຕົກລົງນີ້ກ່ອນວັນເວລາອັງກິດຖອນຕົວອອກຈາກ EU ໃນວັນທີ 31 ຕຸລາ. ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດກໍ່ເວົ້າຕື່ມອີກວ່າ ການນຳສອງທ່ານຄາດວ່າຈະປຶກສາຫາລືບັນຫານີ້ຢູ່ກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ສະຫະປະຊາຊາດໃນທ້າຍເດືອນນີ້ຢູ່ ນິວຢອກ, ປະເທດອາເມລິກາ.

ຕອບກັບ