ອັງກິດ: ລັດຖະມົນຕີ 2 ທ່ານ ລາອອກຈາກຕຳແໜ່ງ, ນາຍົກລັດຖະມົນຕີ Sunak ປະຕິຮູບຄະນະລັດຖະບານ

Chia sẻ
(VOVWORLD) - ລັດຖະບານ ອັງກິດ ໄດ້ແຕ່ງຕັ້ງທ່ານສະມາຊິກລັດຖະສະພາ Leo Docherty ເປັນລັດຖະມົນຕີກຳລັງປະກອບອາວຸດ ແລະ ທ່ານສະມາຊິກລັດຖະສະພາ Luke Hall ເປັນລັດຖະມົນຕີກະຊວງສຶກສາ ແທນໃຫ້ທ່ານ Halfon ແລະ ທ່ານ Heappey.
ອັງກິດ: ລັດຖະມົນຕີ 2 ທ່ານ ລາອອກຈາກຕຳແໜ່ງ, ນາຍົກລັດຖະມົນຕີ Sunak ປະຕິຮູບຄະນະລັດຖະບານ  - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak  (ພາບ:TTXVN)

   ວັນທີ 26 ມີນາ, ທ່ານ Robert Halfon ລັດຖະມົນຕີກະຊວງສຶກສາອັງກິດ  ແລະ ທ່ານ James Heappey ລັດຖະມົນຕີກຳລັງປະກອບອາວຸດ ໄດ້ປະກາດ ລາອອກຈາກຕຳແໜ່ງແລ້ວ, ອັນໄດ້ເຮັດໃຫ້ ທ່ານນາຍົກລັດຖະມົນຕີອັງກິດ Rishi Sunak ຈຳເປັນຕ້ອງດຳເນີນການປະຕິຮູບຄະນະລັດຖະບານ. ຕາມນັ້ນແລ້ວ, ລັດຖະບານ ອັງກິດ ໄດ້ແຕ່ງຕັ້ງທ່ານສະມາຊິກລັດຖະສະພາ Leo Docherty ເປັນລັດຖະມົນຕີກຳລັງປະກອບອາວຸດ ແລະ ທ່ານສະມາຊິກລັດຖະສະພາ Luke Hall ເປັນລັດຖະມົນຕີກະຊວງສຶກສາ ແທນໃຫ້ທ່ານ Halfon ແລະ ທ່ານ Heappey.

        ເລື່ອງລັດຖະມົນຕີ 2 ທ່ານ ລ່າອອກຈາກຕຳແໜ່ງ ແມ່ນການຜັນແປຫຼ້າສຸດໃນທ່າອ່ຽງຖອນຕົວຂອງບັນດານັກການເມືອງພັກນິຍົມຮັກສາເດີມກຳອຳນາດ ເມື່ອພັກນີ້ມີຄວາມສ່ຽງຖືກປະລາໄຊໃນການຫາສຽງເລືອກຕັ້ງທົ່ວປະເທດເຊິ່ງຈະຈັດຂຶ້ນໃນໄລຍະຈະມາເຖິງ. ພາຍຫຼັງປະກາດລາອອກຈາກຕຳແໜ່ງ, ທັງສອງທ່ານ ກໍໃຫ້ຮູ້ວ່າ ຈະບໍ່ເຂົ້າຮ່ວມການຫາສຽງເລືອກຕັ້ງໃນບັ້ນຫາສຽງເລືອກຕັ້ງທົ່ວປະເທດຮອບຕໍ່ໄປຢູ່ ອັງກິດ, ເຊິ່ງຄາດວ່າຈະດຳເນີນໃນທ້າຍປີນີ້.

ຕອບກັບ