ອັງກິດ ປາດຖະໜາຢາກເພີ່ມທະວີການເຈລະຈາກັບ ອີຢູ

Chia sẻ
(VOVWORLD) - ວັນທີ 19 ກໍລະກົດ, ທ່ານ Dominic Raad ລັດຖະມົນຕີຄົນໃໝ່ຮັບຜິດຊອບບັນຫາ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit ຖະແຫຼງວ່າ:
ອັງກິດ ປາດຖະໜາຢາກເພີ່ມທະວີການເຈລະຈາກັບ ອີຢູ - ảnh 1 ທ່ານ Dominic Raad ລັດຖະມົນຕີຄົນໃໝ່ຮັບຜິດຊອບບັນຫາ ອັງກິດ ແລະ ທ່ານ Michel Barnier ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງ ອີຢູ ພາບ: AFP/ TTXVN
 

ທ່ານປາດຖະໜາຢາກເພີ່ມທະວີການເຈລະຈາກັບ ອີຢູ, ເມື່ອການກຳນົດເວລາສຸດທ້າຍຂອງບັນດາການເຈລະຈາແມ່ນໃນເດືອນ ຕຸລາ ໃກ້ຈະມາເຖິງ.

        ໃນຖະແຫຼງການໜຶ່ງໄດ້ຍົກອອກມາ ກ່ອນທີ່ດຳເນີນການພົບປະກັບທ່ານ Michel Barnier ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງ ອີຢູ, ທ່ານລັດຖະມົນຕີ Dominic Raad ຊີ້ແຈ້ງວ່າ: ຂ້າພະເຈົ້າພວມລໍຖ້າການພິຈາລະນາລະອຽດທຸກບັນຫານີ້ດ້ວຍກຳລັງແຮງ, ພະລັງຊີວິດໃໝ່.

        ກ່ອນໜ້ານັ້ນໃນວັນດຽວກັນ, ອີຢູ ຮຽກຮ້ອງບັນດາປະເທດສະມາຊິກ ແລະ ບັນດາວິສາຫະກິດໃນກຸ່ມ “ກຽມພ້ອມ” ຕໍ່ກໍລະນີບັນດາການເຈລະຈາລະຫວ່າງ ອີຢູ ແລະ ອັງກິດ ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກກຸ່ມນີ້ ກ່ອນການກຳນົດເວລາສຸດທ້າຍແມ່ນວັນທີ 30 ມີນາ ປີ 2019.

ຕອບກັບ