ອຸກແຣນ ຢຸດບັ້ນປາບປາມຕ້ານກໍ່ການຮ້າຍ, ຝ່າຍຕາເວັນຕົກເພີ່ມທະວີກຳລັງດັນ

Chia sẻ
(vovworld)- ວັນ​ທີ 21/2, ສະພາ​ແຫ່ງ​ຊາດ​ອຸກ​ແຣນ ​ໄດ້​ປ່ອນ​ບັດ​ເຫັນ​ດີ ຢຸດ​ບັ້ນ​ປາບ​ປາມ​ຕ້ານ​ກໍ່​ການ​ຮ້າຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ...
ອຸກແຣນ ຢຸດບັ້ນປາບປາມຕ້ານກໍ່ການຮ້າຍ, ຝ່າຍຕາເວັນຕົກເພີ່ມທະວີກຳລັງດັນ   - ảnh 1
ບັນດາ​ຜູ້ເດີນ​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​, ​ໃນ​ນັ້ນ​ມີ​ບັນດາ​ບຸກຄົນ​ຫົວ​ຮຸນ​ແຮງ, ສືບ​ຕໍ່​ມີ​ບັນດາ​ການ​ກະທຳ​ປີນ​ຂັ້ນ​ໄດ
(ພາບ: AP)

(vovworld)- ວັນ​ທີ 21/2, ສະພາ​ແຫ່ງ​ຊາດ​ອຸກ​ແຣນ ​ໄດ້​ປ່ອນ​ບັດ​ເຫັນ​ດີ ຢຸດ​ບັ້ນ​ປາບ​ປາມ​ຕ້ານ​ກໍ່​ການ​ຮ້າຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຂໍ້​ຕົກລົງ​ນີ້​ມີ​ຜົນ​ສັກສິດ​ໃນ​ທັນ​ທີ່.

   ຕາມ​ແຫຼ່ງຂ່າວ​ຈາກ​ພັກ​ຝ່າຍ​ຄ້ານ Batkivshina, ມະຕິ​ຂອງສະພາ​ແຫ່ງ​ຊາດ​ອຸກ​ແຣນລວມມີ​ການ​ປ່ອຍ​ຕົວ​ບັນດາ​ຜູ້​ຖືກ​ຈັບ​ຂັງ ​ແລະ ຫ້າມ​ກຳລັງ​ລັດຖະບານ​ປິດ​ລ້ອມ​ບັນດາ​ສາຍ​ທາງ​ຕ່າງ​ໆ. ຂໍ້​ຕົງ​ລົງ​ຂອງສະພາ​ແຫ່ງ​ຊາດ​ອຸກ​ແຣນ​ໄດ້​ຖືກ​ຍົກ​ອອກ​ມາ​ພາຍຫຼັງ 1 ວັນທີ່​ປະ​ເທດ​ນີ້​ດຳ​ເນີນບັ້ນ​ປາບ​ປາມ​ຕ້ານ​ກໍ່​ການ​ຮ້າຍໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແນ​ໃສ່ຮັບ​ມື​ກັບ​ກະ​ແສ​ຟອງ​ເດີນ​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໃນ​ປະຈຸ​ບັນ. ​ແຕ່​ບັນດາ​ຜູ້ເດີນ​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​, ​ໃນ​ນັ້ນ​ມີ​ບັນດາ​ບຸກຄົນ​ຫົວ​ຮຸນ​ແຮງ, ສືບ​ຕໍ່​ມີ​ບັນດາ​ການ​ກະທຳ​ປີນ​ຂັ້ນ​ໄດ​ຄື​ຈູດ​ເຜົາ​ທຳລາຍ ​ແລະ ບຸກ​ໂຈມ​ຕີ​ບັນດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ຂະນະ​ນັ້ນ, ປະຕິກິ​ລີ​ຍາ​ຕໍ່ໜ້າ​ສະພາບ​ການ​ກໍ່​ຈະລາຈົນ​ຢູ່​ອຸກ​ແຣນ, ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ​ພ້ອມ​ກັບ​ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ອື່ນ ສືບ​ຕໍ່​ເພີ່ມ​ທະວີ​ກຳລັງ​ດັນ​ຕໍ່​ລັດຖະບານ​ປະ​ເທດ​ນີ້. ​ໃນ​ການ​ປະຊຸມ​ດ່ວນ​ເມື່ອ​ວັນ​ທີ 20/2, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 28 ປະ​ເທດ​ໃນສະຫະພາບ​ເອີ​ລົບ​ໄດ້​ເຫັນ​ດີ​ຈັດ​ວາງ​ຄຳ​ສັ່ງ​ເກືອດ​ຫ້າມການ​ໄປມາ ​ແລະ ປິດ​ລ້ອມ​ຊັບ​ສົມບັດ​ສຳລັບ​ ​ເຈົ້າໜ້າທີ່ອຸກ​ແຣນ ບາງຄົນ, ​ແຕ່​ບໍ່​ປະກາດ​ລາຍ​ລະອຽດ​ບັນຊີ​ລາຍ​ຊື່​ນີ້. 

ບັນດາ​ຝ່າຍ​ຢູ່ ຢູ​ແກຼນ ບັນລຸ​ໄດ້​ຂໍ້​ຕົກລົງ​ແກ້​ໄຂ​ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ

(vovworld)-  ພາຍຫລັງ​ມື້ຫນຶ່ງ​ຂາດ​ສະຖຽນລະ​ພາບ, ສະພາບ​ຄວາມ​ເຄັ່ງ​ຕືງ​ຢູ່ ຢູ​ແກຼນ ​ໃນ​ວັນ​ທີ 21/2 ມີ​ສັນຍານ​ຜ່ອນຄາຍ​ລົງ. ຕາມ​ແຫ​ລ່ງຂ່າວ​ຫລ້າ​ສຸດ, ກຳລັງ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ລັດຖະບານ ຢູ​ແກຼນ ບັນລຸ​​ໄດ້​ຂໍ້​ຕົກລົງ​ ​ແນ​ໃສ່​ຢຸດຕິ​ສະພາບ​ຂາດ​ຄວາມ​ສະຖຽນ​ລະ​ພາບ​ທີ່​ແກ່ຍາວ​ໃນ​ໄລຍະ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ຂ່າວ​ຄາວ​ດັ່ງກ່າວ​ໂດຍ​ແມ່ນ​ທ່ານ​ປະທານາທິບໍດີ ຢູ​ແກຼນ Yanukovych ຍົກ​ອອກ​ມາ​ໃນ​ວັນ​ດຽວ​ກັນ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ, ທ່ານ Yanukovych ບໍ່​ເປີດ​ເຜີຍ​ເນື້ອ​ໃນ​ລະອຽດ​ຂອງ​ຂໍ້​ຕົກລົງ​ເທື່ອ ພຽງ​ໃຫ້​ຮູ້​ວ່າ ຂໍ້​ຕົກລົງ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ຈາກ​ບັນດາ​ພັກຝ່າຍຢູ່ ຢູ​ແກຼນ​ໂດຍ​ໄວ.