ຫຼາຍປະເທດສະມາຊິກ WTO ມີຄວາມວິຕົກວັງວົນກ່ຽວກັບນະໂຍບາຍພາສີໃໝ່ຂອງ ອາເມລິກາ

Chia sẻ
(VOVWORLD) - ໃນກອງປະຊຸມເມື່ອວັນທີ 23 ເມສາ, ຂອງຄະນະກຳມະການກ່ຽວກັບບັນດາມາດຕະການປົກປ້ອງຕົນເອງຂຶ້ນກັບ WTO, 7 ປະເທດສະມາຊິກ WTO...
ຫຼາຍປະເທດສະມາຊິກ WTO ມີຄວາມວິຕົກວັງວົນກ່ຽວກັບນະໂຍບາຍພາສີໃໝ່ຂອງ ອາເມລິກາ - ảnh 1ພາບປະກອບ

ມີຫຼາຍປະເທດສະມາຊິກຂອງອົງການການຄ້າໂລກ (WTO) ໄດ້ສະແດງຄວາມວິຕົກວັງວົນ ຫຼື ມີຄວາມຜິດຫວັງກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພີ່ມພາສີຂຶ້ນຕາມລຳດັບແມ່ນ 10% ແລະ 25% ປະເພດສິນຄ້າອາລູມີນຽມ ແລະ ເຫຼັກກ້ານຳເຂົ້າ.

    ຕາມນັ້ນແລ້ວ, ໃນກອງປະຊຸມເມື່ອວັນທີ 23 ເມສາ, ຂອງຄະນະກຳມະການກ່ຽວກັບບັນດາມາດຕະການປົກປ້ອງຕົນເອງຂຶ້ນກັບ WTO, 7 ປະເທດສະມາຊິກ WTO ເຊິ່ງລວມມີ: ລັດເຊຍ, ອິນເດຍ, ເວເນຊູເອລາ, ຕວກກີ, ນອກແວ, ສະວິດ ແລະ ສິງກະໂປ ໄດ້ອອກສຽງກ່ຽວກັບຄວາມວິຕົກວັງວົນດ້ານນະໂຍບາຍພາສີໃໝ່ຂອງ ອາເມລິກາ ຢ່າງຕໍ່ເນື່ອງ. ກ່ອນໜ້ານັ້ນ, ວັນທີ 5 ເມສາ, ຈີນ ໄດ້ຢື່ນຂໍ້ສະເໜີແນະເຖິງ WTO ຮຽກຮ້ອງໃຫ້ດຳເນີນການປຶກສາຫາລືຢູ່ອົງການນີ້ກ່ຽວກັບບັນດາການຂັດແຍ້ງກັນລະຫວ່າງ ຈີນ ແລະ ອາເມລິກາ ທີ່ກ່ຽວຂ້ອງເຖິງລະດັບພາສີໃໝ່ເຊິ່ງ ວໍຊິງຕັນ ໄດ້ຈັດວາງກັບບັນດາຜະລິດຕະພັນ ອາລູມີນຽມ ແລະ ເຫຼັກກ້ານຳເຂົ້າຈາກ ຈີນ.

ຕອບກັບ