ຫາງ​ສຽງສາກົນ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບ​ການ​ກະທໍາ​ດື້​ດ້ານ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -ຫວຽດນາມ ມີພະຍານຫຼັກຖານຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສໍາລັບບັນດາໝູ່ ເກາະດັ່ງກ່າວ ຢູ່ທະເລຕາເວັນອອກແມ່ນເປັນຂອງຫວຽດນາມ ແລະ ໄດ້ຮັບຮອງເປັນຫຼາຍຄັ້ງໃນເອກະສານ  ກົດໝາຍສາກົນສະບັບຕ່າງໆ. 
ຫາງ​ສຽງສາກົນ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບ​ການ​ກະທໍາ​ດື້​ດ້ານ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1(ພາບປະກອບ:  CSIS) 

ເມື່ອຕອບສໍາພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໃນວັນທີ 21 ເມສາ, ທ່ານ Grigory Lokshin ເຊິ່ງເປັນພະນັກງານຄົ້ນຄວ້າວິທະຍາສາດຂັ້ນສູງຂອງສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ - ສະຖາບັນຕາເວັນອອກໄກ - ສັງກັດ ສະຖາບັນ ບັນດິດວິທະຍາສາດ ລັດເຊຍ ໃຫ້ຮູ້ວ່າ: ເລື່ອງ ຈີນ ຫາກໍສ້າງຕັ້ງສອງເຂດບໍລິຫານ “ຊີຊາ” (ໝູ່ເກາະຮວ່າງຊາ) ແລະ “ໜານຊາ” (ໝູ່ເກາະເຈື່ອງຊາ) ໂດຍມີສູນກາງຕັ້ງຢູ່ເທດສະບານເມືອງການທະຫານ “ຕາມຊາ” ທີ່ໄດ້ກໍ່ສ້າງຢ່າງຜິດກົດໝາຍຢູ່ເກາະໃຫຍ່ທີ່ສຸດຂອງຮວ່າງຊາ, ເຊິ່ງໃນເບື້ອງຕົ້ນແມ່ນເປັນຂອງຫວຽດນາມ ແລະ ຖືກກອງທັບຈີນ ຢຶດຄອງໃນປີ 1974 ນັ້ນ, ໄດ້ສະແດງໃຫ້ເຫັນວ່າ ການນໍາ ຈີນ ພວມພະຍາຍາມໝູນໃຊ້ວິກິດການອັນຮ້າຍແຮງໃນໂລກ ທີ່ເກີດຈາກໂລກລະບາດໂຄວິດ - 19 ເພື່ອສ້າງຕັ້ງສິດຄວບຄຸມທະເລຕາເວັນອອກຢ່າງສິ້ນເຊີງ ແລະ ຫັນທະເລຕາເວັນອອກກາຍເປັນ “ທະເລສະເພາະ”ຂອງຕົນ.

ທ່ານ Grigory Lokshin ຊີ້ແຈ້ງວ່າ ການກະທໍາຂອງຈີນ ແມ່ນການກະທໍາລະເມີດ ກົດບັດ ສປຊ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ເຊິ່ງ ຈີນ ກໍໄດ້ລົງນາມ ແລະ ໃຫ້ສັດຕະຍາບັນ. ຕາມທ່ານແລ້ວ, ຫວຽດນາມ ມີພະຍານຫຼັກຖານຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສໍາລັບບັນດາໝູ່ ເກາະດັ່ງກ່າວ ຢູ່ທະເລຕາເວັນອອກແມ່ນເປັນຂອງຫວຽດນາມ ແລະ ໄດ້ຮັບຮອງເປັນຫຼາຍຄັ້ງໃນເອກະສານ  ກົດໝາຍສາກົນສະບັບຕ່າງໆ. ທ່ານ Grigory Lokshin ກໍໃຫ້ຂໍ້ສັງເກດວ່າ ລັດຖະບານຫວຽດນາມ ພວມສ້າງນະໂຍບາຍທີ່ມີຄວາມຮັບຜິດຊອບ ແລະ ເໝາະສົມໃນສະພາບການປັດຈຸບັນ. ຫວຽດນາມ ພວມເຮັດທຸກສິ່ງທຸກຢ່າງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ຫວຽດນາມ ກໍ່ພວມມານະພະຍາຍາມ ເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.

ໃນເຫດການທີ່ກ່ຽວຂ້ອງ, ສື່ເອເລັກໂຕນິກ ທາງການຂອງ ອີຢິບ,  ຄື Masrawy, Shorouknews  ແລະ Youm7 ໄດ້ລົງຂ່າວຢ່າງລຽນຕິດ ກ່ຽວກັບຫົວຂໍ້ “ຫວຽດນາມ ຄັດຄ້ານເລື່ອງຈີນ ສ້າງຕັ້ງສອງຫົວໜ່ວຍບໍລິຫານໃນເກາະແຫ່ງຕ່າງໆຢູ່ເຂດທະເລຕາເວັນອອກ, ລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງ”.

ງອັກແທກ, ແອັງຕູ໊ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອີຢິບ ແລະ ລັດເຊຍ

ຕອບກັບ