ຫາງສຽງສາກົນຕີລາສູງບົດກ່າວປາໄສຂອງຫວຽດນາມຢູ່ IPU 141

Chia sẻ
(VOVWORLD) -

ບົດກ່າວປາໄສຂອງທ່ານນາງ ຕ່ອງທິຟອງ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ກອງປະຊົມຄົບຄະນະຂອງ IPU ຄັ້ງທີ 141 ໄດ້ດຶງດູດຄວາມສົນໃຈ ແລະ ການຕີລາຄາສູງຈາກບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

 ທ່ານ Peter Beyer ສະມາຊິກ ລັດຖະສະພາ, ຜູ້ຕາງຫນ້າຄະນະຜູ້ແທນສະພາແຫ່ງຊາດ ເຢຍລະມັນ ຕີລາຄາສູງເນື້ອໃນບົດກ່າວປາໄສຂອງຄະນະຜູ້ແທນຫວຽດນາມ ແລະ ເວົ້າວ່າ: ສິ່ງທີ່ທ່ານ ສົນໃຈທີ່ສຸດ ນັ້ນແມ່ນ ຫົວຫນ້າຄະນະຜູ້ແທນຫວຽດນາມ ບໍ່ພຽງແຕ່ເນັ້ນຫນັກເຖິງການຮ່ວມມືລະຫວ່າງບັນດາລັດຖະສະພາ ແລະ ສະມາຊິກລັດຖະສະພາໃນພາກພື້ນໃນການເພີ່ມທະວີກົດໝາຍ ເທົ່ານັ້ນ ຫາກຍັງເນັ້ນຫນັກເຖິງບົດບາດສຳຄັນຂອງລັດຖະສະພາໃນການຕິດຕາມການເຄື່ອນໄຫວຂອງລັດຖະບານໃນການປະຕິບັດກົດໝາຍອີກດ້ວຍ.

ໃນຂະນະນັ້ນ ຫົວຫນ້າຄະນະຜູ້ແທນສະພາແຫ່ງຊາດ ມາເລເຊຍ, ທ່ານ Syed Ibrahim Syed Noh ເນັ້ນຫນັກວ່າ: ຂໍ້ສະເຫນີຂອງຫວຽດນາມ ຍົກອອກມາທີ່ກອງປະຊຸມຄັ້ງນີ້ ແມ່ນສອດຄ່ອງກັບສະພາບການຂອງສາກົນປະຈຸບັນ ແລະ ທ່ານ ເຫັນດີຕໍ່ທັດສະນະຂອງຫວຽດນາມ ແມ່ນຢາກເພີ່ມທະວີການທູດລັດຖະສະພາ, ເສີມຂະຫຍາຍບົດບາດ ແລະ ພາລະກຳຂອງ IPU ເພື່ອສັນຕິພາບ, ປະຊາທິປະໄຕຂອງໂລກ ໂດຍອີງໃສ່ກົດໝາຍສາກົນ ແລະ ເຄົາລົບຄວາມສະເຫມີພາບລະຫວ່າງບັນດາປະເທດມີອະທິປະໄຕ.

“ຂ້າພະເຈົ້າຄິດວ່າ ຂໍ້ສະເຫນີສະຫນັບສະຫນູນເພີ່ມທະວີປະຊາທິປະໄຕຢູ່ລັດຖະສະພາ ແມ່ນສອດຄ່ອງກັບ ເນື້ອໃນຈິດໃຈຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີຄວາມເຫັນດີເຫັນພ້ອມ, ສ້າງການຮ່ວມມື ແລະ ການທູດ. ເລື່ອງຊຸກຍູ້ການທູດລັດຖະສະພາແມ່ນສອດຄ່ອງກັບວິທີການຊື່ງ ມາເລເຊຍ ຮ່ວມມືກັບຫວຽດນາມ ໃນການພົວພັນ ອັນດີງາມລະຫວ່າງສອງຝ່າຍປະຈຸບັນ, ໃນນັ້ນ ມີດ້ານການຄ້າ”

ຕອບກັບ