ຫົວໜ້າຄະນະຂົນຂວາຍສູນກາງຮ່າທິຄຽດອວຍພອນສະມາຄົມພຸດທະສາສະໜາຫວຽດນາມເນື່ອງໃນວັນວິສາຂະບູຊາ2015

Chia sẻ
ໃນ​ຕະຫຼອດ​ໄລ​ຍະ​ເກືອບ 2000 ປີ​ແຫ່ງ​ການ​ຄົງ​ຕົວ ແລະ ພັດ​ທະ​ນາ​ຢູ່ ຫວຽດ​ນາມ, ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ສາ​ສະ​ໜາ​ຮັກ​ຊາດ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ
ຫົວໜ້າຄະນະຂົນຂວາຍສູນກາງຮ່າທິຄຽດອວຍພອນສະມາຄົມພຸດທະສາສະໜາຫວຽດນາມເນື່ອງໃນວັນວິສາຂະບູຊາ2015 - ảnh 1
ທ່ານ​ນາງ ຮ່າ​ທິ​ຄ​ຽດ ອວຍ​ພອນ​ຢູ່ສູນ​ກາງ​ພຸດ​ທະ​​ສາ​ສະ​ໜາ
ຫວຽດ​ນາມ
(ພາບ: Nguyễn Dân/TTXVN)

(vovworld) – ​ ເນື່ອງ​ໃນ​ໂອ​ກາດ​ວັນ​ວິ​ສາ​ຂະ​ບູ​ຊາ 2015 - ພ​ສ 2559, ຕອນ​ບ່າຍ​ວັນ​ທີ 25/5, ທ່ານ​ນາງ ຮ່າ​ທິ​ຄຽດ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ສູນ​ກາງ, ໄດ້​ລົງ​ອວຍ​ພອນ​ພະ​ສົງ​ສຳ​ມະ​ເນນ​ສູນ​ກາງ​ພຸດ​ທະ​​ສາ​ສະ​ໜາ ຫວຽດ​ນາມ. ທ່ານ​ນາງ ຮ່າ​ທິ​ຄຽດ ຢັ້ງ​ຢືນ​ວ່າ: ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ຮູ້​ວ່າ: ໃນ​ຕະຫຼອດ​ໄລ​ຍະ​ເກືອບ 2000 ປີ​ແຫ່ງ​ການ​ຄົງ​ຕົວ ແລະ ພັດ​ທະ​ນາ​ຢູ່ ຫວຽດ​ນາມ, ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ສາ​ສະ​ໜາ​ຮັກ​ຊາດ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ, ຕິດ​ພັນ​ກັບ​ພໍ່​ແມ​່​ປະ​ຊາ​ຊົນ, ກັບ​ປະ​ເທດ​ຊ​າດ. ທ່ານ​ນາງ ຮ່າ​ທິ​ຄຽດ, ເຊື່ອ​ໝັ້ນ​ວ່າ: ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຈະ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ “ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ຂອງ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່​, ຕອບ​ສະ​ໜອງ  ແລະ ເຂົ້າ​ຮ່ວມ​​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ບັນ​ດາບັ້ນ​ຂົນ​ຂວາຍ​ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ປັບ​ປຸງ, ເພີ່ມ​ທະ​ວີ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່​ວງ​ປວງ​ຊົນ, ເພື່ອ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ.