ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ເຂົ້າອວຍພອນ ການນຳ ແຂວງບໍ່ແກ້ວ

Chia sẻ
(VOVWORLD) -ໂອກາດນີ້, ທ່ານ ຫງວຽນ ດັ້ງ ຮຸ່ງ ໄດ້ກ່າວອວຍພອນໄຊອັນປະເສີດ ແດ່ການນຳຂອງແຂວງ ຕະຫລອດຮອດພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຈົ່ງມີພາລານາໄມສົມບູນ ມີສຸຂະພາບແຂງແຂງ ສືບຕໍ່ຊີ້ນຳ-ນຳພາ ແຂວງບໍ່ແກ້ວ ໃຫ້ມີບາດກ້າວພັດທະນາດີຂຶ້ນກວ່າເກົ່າ.
ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ເຂົ້າອວຍພອນ ການນຳ ແຂວງບໍ່ແກ້ວ - ảnh 1ທ່ານ ຫງວຽນ ດັ້ງ ຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດ ນາມ ປະຈຳພາກເໜືອ ແຂວງຫລວງພະບາງ ເຂົ້າອວຍ ພອນ ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍ່ແກ້ວ

ໃນວັນທີ 19 ມັງກອນ 2021 ທ່ານ ຫງວຽນ ດັ້ງ ຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດ ນາມ ປະຈຳພາກເໜືອ ແຂວງຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍ ພອນ ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍ່ແກ້ວ ພ້ອມຄະນະ ຢູ່ຫ້ອງຮັບແຂກຫ້ອງວ່າ ການແຂວງ ເນື່ອງໂອກາດ ທີ່ແຂວງບໍ່ແກ້ວ ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII  ແລະ ວັນສຳຄັນຂອງພັກຂອງຊາດ. ໂອກາດນີ້, ທ່ານ ຫງວຽນ ດັ້ງ ຮຸ່ງ ໄດ້ກ່າວອວຍພອນໄຊອັນປະເສີດ ແດ່ການນຳຂອງແຂວງ ຕະຫລອດຮອດພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຈົ່ງມີພາລານາໄມສົມບູນ ມີສຸຂະພາບແຂງແຂງ ສືບຕໍ່ຊີ້ນຳ-ນຳພາ ແຂວງບໍ່ແກ້ວ ໃຫ້ມີບາດກ້າວພັດທະນາດີຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ພາຍໃຕ້ການຊີ້ນຳ-ນຳພາ ຂອງສູນກາງພັກ ປະຊາຊົນປະຕິວັດລາວກໍ ຄື ຄະນະພັກ, ອົງການປົກຄອງແຂວງ ໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືແຂວງບໍ່ແກ້ວຕະຫລອດໄລຍະຜ່ານມາ ອັນໄດ້ເຮັດໃຫ້ ແຂວງບໍ່ແກ້ວ ມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ ຕາມແຜນການທີ່ວ່າງໄວ້, ການພົວພັນຮ່ວມກັບຕ່າງປະເທດຂອງ ແຂວງບໍ່ແກ້ວ ໃນພາກພື້ນ ແລະ ສາກົນ ກໍຄື ບັນດາແຂວງ, ນະຄອນ ຫລວງ ຂອງຫວຽດນາມ ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ. ໂອກາດນີ້, ທ່ານ ປອ ບົວຄົງ ນາມມະວົງ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ແຂວງຫລວງພະບາງ ພ້ອມຄະນະ ທີໄດ້ເຂົ້າອວຍພອນແລະ ຊົມເຊີຍຜົນສຳເລັດໃນການຊີ້ນຳໆພາຂອງອົງຄະນະພັກແຂວງ ເຊິ່ງເປັນປະກອບສ່ວນອັນສໍາຄັນ ໃນການຮັດແໜ້ນຄວາມສາມັກຄີ ສາຍພົວພັນການຮ່ວມມືແບບພິເສດ ຂອງສອງພັກສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສາຍພົວພັນການຮ່ວມມື ລະຫວ່າງ ແຂວງບໍ່ແກ້ວ ກັບ ບັນດາແຂວງ, ນະຄອນຫລວງຂອງຫວຽດນາມ ໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ ແລະ ໃນຕໍ່ໜ້າຈະສືບຊຸກຍູ້ສົ່ງເສີມ ສາຍພົວພັນການຮ່ວມແບບພິເສດຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມງອກງາມ, ຕິດພັນກັບການພັດທະນາ ແຂວງບໍ່ແກ້ວ ມີຄວາມຈະ ເລີນຮຸ່ງເຮືອງສີວິໄລທັນສະໄໝຂຶ້ນເລື້ອຍໆ ຕາມທິດຫັນປ່ຽນໃໝ່ຂອງພັກເຮົາ.

ຂ່າວ: ຄຳພັນ ແກ້ວມະນີ

ຕອບກັບ