ຫວຽດນາມແມ່ນແບບຢ່າງກ່ຽວກັບການປົກປັກຮັກສາຜົນປະໂຫຍດແຫ່ງຊາດ

Chia sẻ
(vovworld) -     ສາດສະດາຈານຄົ້ນຄວ້າ ກ່ຽວ​ກັບ ຫວຽດນາມ Vladimir Kolotov, ຫົວ​ໜ້າສະ​ຖາ​ບັນ ​ໂຮ່ຈີ​ມິນ ທີ່ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ St. Petersburg
ຫວຽດນາມແມ່ນແບບຢ່າງກ່ຽວກັບການປົກປັກຮັກສາຜົນປະໂຫຍດແຫ່ງຊາດ - ảnh 1
ສາດສະດາຈານ Vladimir Kolotov ຕອບສຳພາດຕໍ່ນັກຂ່າວ
(ພາບ: tintuc)

(vovworld) -     ສາດສະດາຈານຄົ້ນຄວ້າ ກ່ຽວ​ກັບ ຫວຽດນາມ Vladimir Kolotov, ຫົວ​ໜ້າສະ​ຖາ​ບັນ ​ໂຮ່ຈີ​ມິນ ທີ່ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ St. Petersburg ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​​ແບບຢ່າງ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ສາດສະດາຈານ​ຖື​ວ່າ: ບົດ​ລາຍ​ງານ​ການ​ເມືອງ​ຢູ່​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ຍົກ​ອອກ​​ການ​ຕີ​ລາຄາຢ່າງຮອບດ້ານກ່ຽວ​ກັບ​ສະພາບ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​. ພ້ອມ​ທັງ, ວາງ​ອອກ​ໂຄງການ​ດຳ​ເນີນ​ງານ​ ເພື່ອປົກ​ປັກ​ຮັກສາ​ຜົນ​ປະ​​ໂຫຍ​ດ​ແຫ່ງ​ຊາດ. ຕາມ​ສາດສະດາຈານ ​ Kolotov ແລ້ວ, ອາດ​ຈະ​ເວົ້າ​ວ່າ: ນັບ​ແຕ່​ເມື່ອ​​ໄດ້​ຮັບ​ການສ້າງ​ຕັ້ງ​ໃນ​ປີ 1930 ມາ​ຮອດ​ປະຈຸ​ບັນ, ພັກ​ກອມ​ມູນິດ ຫວຽດນາມ ຍາມ​ໃດ​ກໍ່​ຢືດໝັ້ນເສັ້ນທາງປົກປັກຮັກສາຜົນປະໂຫຍດແຫ່ງຊາດ. ນັ້ນແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ໜຶ່ງ​ດຽວ. ສາດສະດາຈານ Kolotov ກໍ່​ເນັ້ນ​ໜັກ​ວ່າ: ​ໃນ 30 ປີ ນັບ​ແຕ່​​ເມື່ອປະຕິບັດ​ໂຄງການ​ປະຕິ​ຮູບ​ເປີດ​ປະຕູ ດ້ວຍ​ຊື່ວ່າ “ການປ່ຽນ​ໃໝ່”, ຫວຽດນາມ ບັນລຸ​ໄດ້ຜົນ​ງານ​ປະ​ທັບ​ໃຈຫລາຍ​ຢ່າງ ​ໃນ​ຂົງ​ເຂດ​ເສດຖະກິດ. ຕາມ​ສາດ​ສະ​ດາ​ຈານ Kolotov ​ແລ້ວ, ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ໝາກຜົນ​​ແຫ່ງ​ການ​ປະຕິວັດ ​ແລະ ການ​ປະຕິ​ຮູບ​ເສດຖະກິດ, ຫວຽດນາມ ຄວນ​ມີ​ບັນດາ​ຄູ່​ຮ່ວມ​ມື​ທີ່​ດີ. ສະຫະພັນ ລັດ​ເຊຍ ​ແມ່ນ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດນາມ ​ແລະ ຫວັງ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ນັບ​ມື້​ນັບ​ພັດທະນາ​ໃນ​ທຸກ​ຂົງ​ເຂດຢ່າງ​ແຂງ​ແຮງ​ກ່ວາ​ອີກ.