ຫວຽດນາມເຂົ້າຮ່ວມກອງປະຊຸມສະພາອົງການຈັດຕັ້ງການກວດສອບບັນຊີສູງສຸດອາຊຽນ ຢູ່ມາເລເຊຍ

Chia sẻ
(vovworld) – ສະພາ​ອົງການ​ຈັດ​ຕັ້ງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນ​ຫູ​ວງ Kuala Lumpur ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​​ແທນ 100 ທ່ານ
ຫວຽດນາມເຂົ້າຮ່ວມກອງປະຊຸມສະພາອົງການຈັດຕັ້ງການກວດສອບບັນຊີສູງສຸດອາຊຽນ ຢູ່ມາເລເຊຍ - ảnh 1
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​
ອົງການ​ຈັດ​ຕັ້ງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ​ອາ​ຊຽນ
(ພາບປະກອບ: sav.gov.vn)


(vovworld) – ວັນ​ທີ 08/02, ສະພາ​ອົງການ​ຈັດ​ຕັ້ງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEANSAI) ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນ​ຫູ​ວງ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​​ແທນ 100 ທ່ານ ​ເຊິ່ງ​ລວມມີ​ການ​ນຳ​ບັນດາ​ອົງການ​ກວດ​ສອບ​ບັນຊີ​ສຸ​ງສຸດ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ຄະນະ​ການ​ທູດ​ບັນດາ​ປະ​ເທດ​ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດ​ຍທ່ານ​ຮອງ​ຫົວ​ໜ້າ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ, ສາດສະດາຈານ, ດ.ຣ ດ່ວານ​ຊວນ​ຕຽນ ນຳໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ຫົວໜ້າ​ບັນດາອົງການ​ກວດ​ສອບ​ບັນຊີ​ສຸງສຸດບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຫ່ຽວ​ຂ້ອງ​ເຖິງ​ການ​ປັບປຸງ​ຂໍ້​ຕົກລົງ ASEANSAI, ​ເພີ່ມ​ທະວີ​ບົດບາດໜ້າ​ທີ່​ເລຂາ​ຂອງ ASEANSAI, ສະ​ເໜີ​ສ້າງ​ຕັ້ງ​ກຸ່ມ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ພາກ​ພື້ນ (RETA) ຂອງ​ທະນາຄານ​ພັດທະນາ​ອາຊີ (ADB). ບັນດາ​ຄະນະ​ກຳມະການ​ຂອງ ASEANSAI ກໍ່​ສະ​ເໜີ​ບົດ​ລາຍງານ​ວຽກ​ງານ​ປີ 2014. ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ, ດ້ວຍ​ຖານະ​ບົດບາດ​ແມ່ນ​ປະທານ​ຄະນະ​ກຳມະການ​ແຜນການ​ຍຸດ​ທະ​ສາດ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ລະບົບ​ຕິດຕາມ​ກວດກາ ​ແລະ ຕີ​ລາຄາ​ຂອງ ASEANSAI.

        ຕາມ​ແຜນການ, ຄະນະ​ຜູ້​ແທນອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​​ອົງການກວດ​ສອບ​ບັນຊີ​ແຫ່ງ​ລັດ​ສຸງສຸດ​ອາຊີ (ASOSAI) ຄັ້ງ​ທີ 13 ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ນອກ​ກອງ​ປະຊຸມ ຢູ່ Kuala Lumpur ​ໃນ​ລະຫວ່າງ​ວັນ​ທີ 10 – 14/02.