ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີການປ້ອງກັນປະເທດບັນດາປະເທດອາຊຽນ

Chia sẻ
ຕອນ​ບ່າຍ​ວັນ​ທີ 18/5, ຄ​ະ​ນະ​ຜູ້​ແທນການ​ທະ​ຫານ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ໂດຍ​ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ, ໄດ້ອອກ​ຈາກ ຮ່າ​ໂນ້ຍ​ ເດີນ​ທາງໄປ​ຍັງ ມຽນມາ...
ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີການປ້ອງກັນປະເທດບັນດາປະເທດອາຊຽນ - ảnh 1
ໂດຍ​ພົນ​ເອກ ຟຸ່ງກວາງ​ແທງ (ກາງ)
(ພາບ:TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 18/5, ຄ​ະ​ນະ​ຜູ້​ແທນການ​ທະ​ຫານ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ໂດຍ​ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ, ໄດ້ອອກ​ຈາກ ຮ່າ​ໂນ້ຍ​ ເດີນ​ທາງໄປ​ຍັງ ມຽນມາ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດຖະ​ມົນ​ຕີ​​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 8 (ADMM-8). ຄ​ະ​ນະ​ຜູ້​ແທນການ​ທະ​ຫານ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ ADMM-8 ສະ​ແດງ​​​ໃຫ້​ເຫັນການ​ເຂົ້າ​ຮ່ວມຢ່າງ​​ຕັ້ງ​ໜ້າ, ເປັ​ນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດຖະ​ມົນ​ຕີ​ການ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ, ຜ່ານນັ້ນ​ສືບ​ຕໍ່​ຕໍ່​ສູ້​ປົກ​​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​​ແຫ່ງ​ຊາດ ແລະ ພາກ​ພື້ນ​ໂດຍ​ອີງຕາມ​ສົນ​ທິ​ສັນ​ຍາ ແລະ ກົດ​ໝາຍ​ສາ​ກົນ.