ຫວຽດນາມຮັບປະກັນ ແລະ ປັບປຸງບັນດາສິດພື້ນຖານຂອງປະຊາຊົນຢ່າງບໍ່ຢຸດຢັ້ງ

Chia sẻ
​​​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ອອກ​​ບົດ​ລາຍ​ງານ​ກ່ຽວ​ກັບສິດ​ທິ​ມະ​ນຸດ​ປະ​ຈຳ​ປີ 2016,
ຫວຽດນາມຮັບປະກັນ ແລະ ປັບປຸງບັນດາສິດພື້ນຖານຂອງປະຊາຊົນຢ່າງບໍ່ຢຸດຢັ້ງ - ảnh 1
ຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ

(vovword)- ​​​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ອອກ​​ບົດ​ລາຍ​ງານ​ກ່ຽວ​ກັບສິດ​ທິ​ມະ​ນຸດ​ປະ​ຈຳ​ປີ 2016, ວັນ​ທີ 13/3/2017 ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ ຊີ້​ແຈ້ງວ່າ ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ປົກ​ປ້ອງ​ ແລະ ຊຸກ​ຍູ້​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ໃນ​ການ​ຮັບ​ປະ​ກັນ ແລະ ປັບ​ປຸງ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຮັບ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ສາ​ກົນ ຢ່າງບໍ່​ຢຸດຢັ້ງ. ທ່ານ​ເລ​ຫາຍ​ບິງ​ ໃຫ້​ຮູ້​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ເປີດ​ອົກ​ເປີດ​ໃຈ ແລະ ບົນ​ນ້ຳ​ໃຈ​ສ້າງ​ສັນ​ກັບ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ-ສະ​ຫະ​ລັດ​ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ 20 ຮອບ​ເຈ​ລະ​ຈາ​ສອງ​ຝ່າຍ​ເປັນປະ​ຈຳ  ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ບົດ​ລາຍ​ງານ​ສິດ​ທິ​ມະ​ນຸດ​ປະ​ຈຳ​ປີ 2016 ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ເຖິງວ່າ​ໄດ້​ຮັບ​ຮູ້​ບາງ​ຜົນ​ງານ​​ກ່ຽວ​ກັບ​ການປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂອງ​ຫວຽດ​ນາມກໍ່​ຕາມ, ແຕ່​ຍັງ​ຍົກ​ອອກ​ບາງ​ຂໍ້​ສັງ​ເກດ​ທີ່​ຂາດ​ພາ​ວະ​ວິ​ໄສ, ສ່ອງ​ແສງ​ບໍ່ຖືກ​ຕ້ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຢູ່​ຫວຽດ​ນາມ.

        ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ເລື່ອງ​ຈີນ​​ເປີດ​ສາຍ​ທ່ອງ​ທ່ຽວ​ຢ່າງ​ຜິດ​ກົດ​ໝາຍ​​ໄປ​ຍັງ​ເກາະ​ຮ​ວ່າງ​ຊາ ແລະ ເລື່ອງກ່ຳ​ປັ່ນ​ຕຳຫຼວດ​ທະ​ເລ​ຂອງ​ຈີນ ຂັບ​ໄລ່​ກ່ຳ​ປັ່ນ​ຫາ​ປາ​ຫວຽດ​ນາມ​ລຳ​ໜຶ່ງ​ຢູ່​ໝູ່ເກາະ​ຮ​ວ່າງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ ຢືນ​ຢັນ​ວ່າ ຫວຽດ​ນາມ​ມີ​ເອ​ກະ​ສານ​ນິ​ຕິ​ທຳ​ ແລະ ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ຢ່າງ​ຄົບ​ຖ້ວນ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ​ສອງ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ຫວຽດ​ນາມ​ເດັດ​ດ່ຽວ​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຝ່າຍ​ຈີນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ແລະ ກົດ​ໝາຍ​ສາ​ກົນ, ຢຸດ​ຕິ​ໃນ​ທັນ​ທີແລະ ບໍ່​ດຳ​ເນີນ​ບັນ​ດາ​ການ​ກະ​ທຳ​ຄື​ດັ່ງ​ກ່າວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການສ້າງ​ສັນ ແລະ ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.