ຫວຽດນາມສະໜັບສະໜູນ, ຍົກສູງບົດບາດໃຈກາງຂອງອົງການການຄ້າໂລກ

Chia sẻ
(VOVWORLD) -ດ້ວຍບົດຮຽນ ແລະ ຄວາມຮູ້ໃນຂົງເຂດການເງິນ ແລະ ການຄ້າ, ທ່ານນາງຜູ້ອຳນວຍການໃຫຍ່ ຈະບັນລຸຜົນສຳເລັດໃນວຽກງານນຳພາ WTO, ຕັ້ງໜ້າປະກອບສ່ວນເຂົ້າໃນລະບົບການຄ້າທົ່ວໂລກ.
ຫວຽດນາມສະໜັບສະໜູນ, ຍົກສູງບົດບາດໃຈກາງຂອງອົງການການຄ້າໂລກ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ
(ພາບປະກອບ: TTXVN)

ຕອນບ່າຍວັນທີ 25 ກຸມພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນຂອງກະຊວງການຕ່າງປະເທດໄດ້ດຳເນີນທາງອອນລາຍ, ເມື່ອຕອບຄຳຖາມຕາມການສະເໜີໂດຍໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບເລື່ອງ ຜູ້ອຳນວຍການໃຫຍ່ຄົນໃໝ່ຂອງອົງການການຄ້າໂລກ (WTO), ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ສະແດງຄວາມຊົມເຊີຍທ່ານນາງສາດສະດາຈານ Ngozi Okonjo – Iweala ທີ່ດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ອົງການ WTO ຄົນໃໝ່. ດ້ວຍບົດຮຽນ ແລະ ຄວາມຮູ້ໃນຂົງເຂດການເງິນ ແລະ ການຄ້າ, ທ່ານນາງຜູ້ອຳນວຍການໃຫຍ່ ຈະບັນລຸຜົນສຳເລັດໃນວຽກງານນຳພາ WTO, ຕັ້ງໜ້າປະກອບສ່ວນເຂົ້າໃນລະບົບການຄ້າທົ່ວໂລກ.

        ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນ WTO, ຫວຽດນາມ ສະໜັບສະໜູນລະບົບຫຼາຍຝ່າຍເປີດ, ກະຈ່າງແຈ້ງ ແລະ ອີງໃສ່ກົດໝາຍສາກົນ, ໃນນັ້ນຍົກສູງບົດບາດໃຈກາງຂອງ WTO. ຫວຽດນາມ ຈະສົມທົບກັບຜູ້ອຳນວຍການໃຫຍ່ WTO ຄົນໃໝ່ ແລະ ສະມາຊິກອື່ນໆຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຂອງ WTO ຢ່າງມີປະສິດທິຜົນ, ຊຸກຍູ້ປະສິດທິຜົນວິວັດທະນາການປະຕິຮູບຂອງອົງການດັ່ງກ່າວ.

ຕອບກັບ