ຫວ​ຽດ​ນາມ​ສຸ​ມ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020ໃຫ້​ເປັນ​ຢ່າງ​ດີ

Chia sẻ
(VOVWORLD) -ທ່ານນາງເລທິທູຮັ່ງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: “ປັດຈຸບັນ, ຫວຽດນາມ ພວມສຸມໃສ່ເຂົ້າໃນການປະຕິບັດບົດບາດເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ."

 ວັນທີ 14 ພຶດສະພາ, ທີ່ການຖະແຫຼງຂ່າວປະຈຳເດືອນ ຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງຂໍ້ມູນທີ່ວ່າ ຫວຽດນາມມີຄວາມຫວັງຢາກຮັກສາຕຳແໜ່ງປະທານໝູນວຽນອາຊຽນຕື່ມອີກ 1 ປີ ເພື່ອທົດແທນໃຫ້ແກ່ເວລາທີ່ຖືກຜົນສະທ້ອນຈາກໂລກລະບາດ Covid – 19, ທ່ານນາງເລທິທູຮັ່ງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: “ປັດຈຸບັນ, ຫວຽດນາມ ພວມສຸມໃສ່ເຂົ້າໃນການປະຕິບັດບົດບາດເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ. ໄລຍະທີ່ຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ກໍ່ຕາມ, ແຕ່ ຫວຽດນາມ ໄດ້ ແລະ ພວມເສີມຂະຫຍາຍບົດບາດເປັນປະທານໃນການຊຸກຍູ້ຄວາມສາມັກຄີ, ເປັນເຈົ້າການ ຮັບມືກັບໂລກລະບາດໃຫ້ເປັນຢ່າງດີຂອງອາຊຽນ, ສືບຕໍ່ຮັກສາທ່າການຮ່ວມມື, ຜັນຂະຫຍາຍບັນດາບຸລິມະສິດໃນປີ 2020 ຢ່າງມີປະສິດທິຜົນ. ໃນອາຊຽນ ຍັງບໍ່ທັນມີຄຳເຫັນໃດສະເໜີໃຫ້ແກ່ຍາວອາຍຸການເປັນປະທານຂອງ ຫວຽດນາມ”

ແລະກໍ່ໃນກອງປະຊຸມດັ່ງກ່າວ, ເມື່ອຕອບຄຳຖາມສະເໜີໃຫ້ຢັ້ງຢືນຂໍ້ມູນ ຫວຽດນາມເຂົ້າຮ່ວມບັນດາການໂອ້ລົມທາງໂທລະສັບກັບບັນດາປະເທດຄື ອິນເດຍ, ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີເພື່ອແລກປ່ຽນກ່ຽວກັບການຮ່ວມມື ແລະ ຟື້ນຟູເສດຖະກິດພາຍຫຼັງ Covid – 19, ທ່ານນາງເລທິທູຮັ່ງໃຫ້ຮູ້ວ່າ:

ໃນສະພາບການໂລກລະບາດ Covid – 19 ສືບຕໍ່ມີການຜັນແປຢ່າງສັນສົນໃນຂອບເຂດທົ່ວໂລກ, ກໍ່ຜົນກະທົບທາງລົບອັນໜັກໜ່ວງໃຫ້ແກ່ປະເທດໃນໂລກເກືອບທັງໝົດ, ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ປະຊາຄົມສາກົນ, ດ້ວຍຄວາມຫວັງຢາກຮ່ວມແຮງຮ່ວມໃຈ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມເພື່ອຍູ້ໂລກລະບາດໃຫ້ຖອຍໄປ, ຫວຽດນາມໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດ, ບັນດາອົງການໃນພາກພື້ນ, ເປັນຕົ້ນແມ່ນອາຊຽນ, ບັນດາອົງການຈັດຕັ້ງຂອງສປຊ, ເຂົ້າຮ່ວມກົນໄກແລກປ່ຽນດ້ວຍຮູບການ ແລະ ຫຼາຍລະດັບທີ່ແຕກຕ່າງກັນຄື: ກອງປະຊຸມສາກົນ ແລະ ພາກພື້ນ, ການໂອ້ລົມທາງໂທລະສັບສອງຝ່າຍຫຼືຫຼາຍຝ່າຍຂອງການນຳຂັ້ນສູງ, ຂັ້ນລັດຖະມົນຕີ ແລະ ຮອງລັດຖະມົນຕີ.

ຫວຽດນາມເຊື່ອໝັ້ນວ່າ ຜ່ານບັນດາກົນໄກຮ່ວມມື, ແລກປ່ຽນ, ໂອ້ລົມທາງໂທລະສັບດ້ວຍຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ, ບັນດາປະເທດ ແລະ ປະຊາຄົມໂລກຈະພ້ອມກັນຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ພ້ອມທັງຟື້ນຟູການພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ.

ຕອບກັບ