ຫວຽດນາມສືບຕໍ່ຮັກສາແລະເສີມຂະຫຍາຍການພົວພັນຮ່ວມມືກັບILOຢ່າງມີປະສິດທິຜົນ

Chia sẻ
ກອງ​ປະຊຸມ​ແຮງ​ງານ​ສາກົນ​ຄັ້ງ​ທີ 104 ຂອງ​ອົງ​ການ​ແຮງ​ງານ​ສາກົນ (ILO) ​ເຊິ່ງ​ໄດ້ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 1-13/6 ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 185 ປະ​ເທດ ​ແລະ ​ເຂດ​​ແຄ້ວນສະມາຊິກ ILO
ຫວຽດນາມສືບຕໍ່ຮັກສາແລະເສີມຂະຫຍາຍການພົວພັນຮ່ວມມືກັບILOຢ່າງມີປະສິດທິຜົນ - ảnh 1
(ພາບປະກອບ: TTXVN)

(vovworld) – ກອງ​ປະຊຸມ​ແຮງ​ງານ​ສາກົນ​ຄັ້ງ​ທີ 104 ຂອງ​ອົງ​ການ​ແຮງ​ງານ​ສາກົນ (ILO) ​ເຊິ່ງ​ໄດ້ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 1-13/6 ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 185 ປະ​ເທດ ​ແລະ ​ເຂດ​​ແຄ້ວນສະມາຊິກ ILO. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ແທງ​ຮ່ວາ ນຳ​ໜ້າ, ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່​ໃນ​ວັນ​ທີ 9/6. ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ສະໜັບ​ສະ​ໜູນຂໍ້​ລິ​ເລີ່​ມກະ​ກຽມ​ຮັບ​ຕ້ອນ​ເຫດການ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່​ງວັນ​ສ້າງ​ຕັ້ງ ILO ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ. ທ່ານ​ນາງ​ຫງວຽນ​ແທງ​ຮ່ວາ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ​ກຳນົດ​ລະດັບເຕີບ​ໂຕ​ເສດ​ຖະກິດ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ ​ແລະ ຮັບປະກັນຄວາມ​ຍຸຕິ​ທຳ​ສັງຄົມ. ລັດຖະບານ​ຫວຽດນາມ ​ໄດ້​ສະຫງວນ​ແຫຼ່ງກຳລັງພໍ​ສົມຄວນ​ໃຫ້ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ໜູນຊ່ວຍ​ສັງຄົມ ​ແລະ ສະຫວັດດີ​ການ​ໃຫ້​ປະຊາຊົນ, ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ແລະ ​ເພີ່ມ​ສິດ​ໃຫ້​ແມ່ຍິງ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສອນ​ວິຊາ​ຊີບ​ໃຫ້ຜູ້​ອອກ​ແຮງ​ງານ​ຢູ່​ຊົນນະບົດ. ລັດຖະບານ ຫວຽ​ດນາມ ກໍ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກຂອງ ILO, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ປະຕິ​ຮູບ​ລະບອບ​ລະບຽບການ​ຕະຫຼາດ​ແຮງ​ງານ, ສ້າງ​ນະ​ໂຍບາຍ​ວຽກ​ເຮັດ​ງານ​ທຳ ​ແລະ ໜູນຊ່ວຍ​​ສັງຄົມ​ໃຫ້​ສົມ​ບູນ​ແບບ, ກໍ​ຄື​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ໃນ​ວິວັດທະນາ​ການ​ເຊື່ອນ​ໂຍງ​ເຂົ້າ​ກັບ​ສາກົນ. ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະຕິບັດ​ພັນທະ​ເປັນ​ສະມາຊິກ​ໃຫ້​ເປັນ​ຢ່າງ​ດີ, ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ILO ​ແລະ ບັນດາ​ຄູ່​ຮ່ວມ​ມື 3 ຝ່າຍ​ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.