ຫວຽດນາມ-ລາວ ຮ່ວມມື ຊຸກຍູ້ການຄ້າຊາຍແດນ

Chia sẻ

ຫວຽ​ດນາມ-​ລາວ ຮ່ວມ​ມືຊຸກຍູ້ການ​ຄ້າ​ຊາຍ​ແດນ

ຫວຽດນາມ-ລາວ ຮ່ວມມື ຊຸກຍູ້ການຄ້າຊາຍແດນ - ảnh 1
ພາບປະກອບ

(TTXVN)- ວັນ​ທີ 18/10, ຢູ່​ແຂວງ​ເຊ​ກອງ, ທາງ​ພາກ​ໃຕ້​ລາວ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ສອງ​ປະ​ເທດ​ຫວຽດນາມ-​ລາວ ສົ​ມທົບ​ກັນ​ຈັດ​ກອງ​ປະຊຸມ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂດ​ຊາຍ​ແດນຫວຽດນາມ-​ລາວ ຄັ້ງທີ 8. ກອງປະຊຸມ​ໄດ້​ຕີ​ລາຄາ​ວ່າ, ໝາກຜົນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂຸດ​ຄົ້ນ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ​ເທື່ອ​ລະ​ກ້າວ, ປະກອບສ່ວນ​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ. ​ເພື່ອ​ຊຸກຍູ້ວົງ​ເງິນ​ການ​ຄ້າ​ສອງຝ່າຍ​ບັນລຸ​ຈຸດໝາຍ​ໄດ້​ວາງ​ອອກ​ຄື 1 ຕື້ USD ​ໃນ​ປີ 2012 ​ແລະ ບັນລຸ 2 ຕື້ USD ​ໃນ​ປີ 2015 ຊື່​ງການ​ນຳ​ສອງ​ປະ​ເທດ​ໄດ້​ວາງ​ອອກ​ນັ້ນ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ​ຂະ​ແໜງ​ການ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ສະພາບ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່າ​ໂນ້ຍປີ 2007 ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ມະນຸດ, ສິນຄ້າ ​ແລະ ພາຫະນະ​ໄປມາຜ່ານ ເຂດ​ຊາຍ​ແດນ; ສົມທົບ​ກັນ​ປະຕິບັດການວາງ​ແຜນ​ພັດທະນາ​ຕາໜ່າງຕະຫຼາດ​ຊາຍ​ແດນຫວຽດນາມ-​ລາວ ຢ່າງມີ​ປະສິດທິ​ຜົນຮອດ​ປີ 2020 ພ້ອມ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຄ້າ​ສອງ​ປະ​ເທດ, ປະກອບສ່ວນ​ສ້າງ​ເຂດ​ຊາຍ​ແດນ​ລະຫວ່າງຫວຽດນາມ-​ລາວ ​ແຫ່ງ​ສັນຕິພາບ, ມິດຕະພາບ, ການ​ພັດທະນາ ​ແລະ ສະຖຽນ​ລະ​ພາບ​ຍາວ​ນານ.