ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ 5 ຄົນ

Chia sẻ
(VOVWORLD) -ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລ້ວ, ໄລ່ຮອດເວລາ 6 ໂມງວັນທີ 8 ສິງຫາ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 5 ຄົນ, ໃນນັ້ນ 3 ຄົນແມ່ນມີສ່ວນກ່ຽວຂ້ອງເຖິງ ດ່ານັ້ງ (ຢູ່ ກ໋ວາງຫງາຍ2 ຄົນ, ຮ່າໂນ້ຍ 1 ຄົນ) ແລະ 2 ຄົນໄດ້ ແຍກຕົວໃນທັນທີພາຍຫຼັງທີ່ເດີນທາງເຂົ້າແຂວງແຄ໊ງຮ່ວາ.
ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ 5 ຄົນ - ảnh 1 ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ 

ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 789 ຄົນ, ໃນນັ້ນມີ ຜູ້ຕິດເຊື້ອມາຈາກຕ່າງປະເທດ ແມ່ນ 316 ຄົນ, ຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແມ່ນ 333 ຄົນ ນັບແຕ່ວັນທີ 25 ກໍລະກົດມາຮອດປັດຈຸບັນ, ຜູ້ຕິດເຊື້ອ 395 ຄົນແມ່ນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີຜູ້ເສຍຊີວິດ 10 ຄົນ.

        ກ່ອນໜ້ານັ້ນ, ໃນວັນທີ 7 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມປະຈຳ ອົດສະຕາລີ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອົດສະຕາລີຈັດຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ກັບມາປະເທດ. ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນເຕິນເຊີນເຍິດ ຜູ້ໂດຍສານທັງໝົດໄດ້ກວດສຸຂະພາບ ແລະ ນຳສົ່ງໄປຍັງຮາກຖານແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມປະຈຳອາເມລິກາ ໄດ້ມອບຜ້າອັດປາກ - ດັງ 10.000 ອັນ ໃຫ້ແກ່ ລັດ Maryland ອາເມລິກາ.

ຕອບກັບ