ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮັບ ພົນ​ລະ​ເມືອງ​ ຫວຽດ​ນາມ ກັບຄ​ືນ​ເມືອ​ປະ​ເທດ​ຜ່ານ​ສະ​ໜາມ​ບິນ​ສາ​ກົນ ເວິນ​ໂດ່ນ

Chia sẻ
(VOVWORLD) -ໂດຍປະຕິບັດຕາມຄຳຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ສະໜາມບິນສາກົນ ເວິນໂດ່ນ ແມ່ນສະຖານທີ່ໜຶ່ງດຽວຢູ່ພາກເໜືອ ທີ່ຈະຈັດຕັ້ງການຕ້ອນຮັບປະຊາຊົນ ແລະ ແຂກທ່ອງທ່ຽວ ຫວຽດນາມ ມາຈາກເຂດເກີດເຊື້ອພະຍາດກັບຄືນມາປະເທດ. 
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮັບ ພົນ​ລະ​ເມືອງ​ ຫວຽດ​ນາມ ກັບຄ​ືນ​ເມືອ​ປະ​ເທດ​ຜ່ານ​ສະ​ໜາມ​ບິນ​ສາ​ກົນ ເວິນ​ໂດ່ນ - ảnh 1ການຂ້າໄວຣັ້ດຢູ່ສະໜາມບິນສາກົນ ເວິນໂດ່ນ (ພາບ: Vietnamnet ) 

ປະຈຸບັນ, ທາງແຂວງພວມເດັດດ່ຽວວາງອອກຫຼາຍມາດຕະການປ້ອງກັນ, ຕ້ານພະຍາດອັກເສບປອດທີ່ເກີດຈາDesignກເຊື້ອໄວຣັດ Corona ສາຍພັນໃໝ່ (2019 - nCoV), ໃນນັ້ນມີການນຳເຂົ້າເຄື່ອງຈັກວິໄຈ ໄວຣັດໂດຍໄວໃນຮອບ 4 ຊົ່ວໂມງ. ໃນກໍລະນີກວດພົບຄົນເຈັບທີ່ຕິດເຊື້ອພະຍາດດັ່ງກ່າວຈະສົ່ງຜົນການກວດໄປຍັງສະຖາບັນອານາໄມເຊື້ອພະຍາດວິທະຍາສູນກາງ.

        ທ່ານຟ້າມງອັກເສົ໊າ, ຜູ້ອຳນວຍການສະໜາມບິນສາກົນເວິນໂດ່ນໃຫ້ຮູ້ວ່າ:

        “ໜ້າທີ່ຂອງສະໜາມບິນຕົ້ນຕໍແມ່ນເຮັດແນວໃດເພື່ອຕອບສະໜອງໃຫ້ບັນດາຖ້ຽວບິນ ລົງຈອດ; ຮັບປະກັນວຽກງານສຸຂະອານາໄມ, ບໍ່ປະໃຫ້ຕິດເຊື້ອພະຍາດ, ຂ້າໄວຣັດໃນສິນຄ້າ, ເຄື່ອງຂອງ ແລະ ຜູ້ໂດຍສານ. ຖ້ຽວບິນສາກົນໄດ້ແຍກອອກຢູ່ຕ່າງຫາກ ເພື່ອສ້າງເຂດແຍກຕົວຕ່າງຫາກ, ເມື່ອຖ້ຽວບິນໃດລົງຈອດແລ້ວ ຕ້ອງຂ້າໄວຣັດເສຍກ່ອນຈຶ່ງສາມາດບິນຖ້ຽວຕໍ່ໄປ.”

ຕອບກັບ