ຫວຽດນາມບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນໃນ 52 ມື້ຢ່າງລຽນຕິດ, ທະວີບອາເມລິກາສືບຕໍ່ແມ່ນສະຖານທີ່ແຜ່ລະບາດຂອງໂລກລະບາດ Covid – 19

Chia sẻ
(VOVWORLD) - ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ໄລ່ແຕ່ເວລາ 18 ໂມງຂອງວັນທີ 6 ມິຖຸນາ ຫາ ເວລາ 6 ໂມງຂອງວັນທີ 7 ມິຖຸນາ, ຫວຽດນາມ ບໍ່ກວດພົບຜູູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ດັ່ງນັ້ນ, ຮອດປັດຈຸບັນແມ່ນ 52 ມື້ຢ່າງລຽນຕິດ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນຊຸມຊົນ.

ມາຮອດປັດຈຸບັນ, ຫວຽດາມໄດ້ປິ່ນປົວຫາຍດີເປັນປົກກະຕິໃຫ້ຜູ້ຕິດເຊື້ອ 307 ຄົນ, ກວມເອົາ 93,3% ໃນຈຳນວນ 329 ຄົນຕິດເຊື້ອພະຍາດ. ຜູ້ຕິດເຊື້ອ 22 ຄົນທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ແລະ ມີອາການສຸຂະພາບເປັນປົກ ກະຕິໂດຍພື້ນຖານ.

ໃນຂະນະນັ້ນ, ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 7 ມິຖຸນາ, ໂລກຢັ້ງຢືນຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.970.946 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 401.978 ຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 3.411.07 ຄົນ, ທະວີບອາເມລິກາ ຍັງແມ່ນສະຖານທີ່ແຜ່ລະບາດຂອງໂລກລະບາດ. ຢູ່ຂ້າງກັບອາເມລິກາ ເຊິ່ງເປັນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍ ຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນ 1.988.544 ແລະ 112.096 ຄົນເສຍຊີວິດ, ເມັກຊີໂກ ແມ່ນປະເດດໜຶ່ງດຽວທີ່ມີຈຳນວນຜູ້ຕິດເຊື້ອຢູ່ລະດັບ 4 ຕົວເລກ ຄື 3.593 ຄົນໃນຮອບເວລາ 24 ຊົ່ວໂມງ.

ຕອບກັບ