ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າວິວັດການກໍ່ສ້າງປະຊາຄົມອາຊຽນ

Chia sẻ
(vovworkd) - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ ​ໃນ​ປີ 2015 ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ ຊຽນ​ໃນ​ທ້າຍ​ປີ​ນີ້.
ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າວິວັດການກໍ່ສ້າງປະຊາຄົມອາຊຽນ - ảnh 1
(ການ​ໂອ້​ລົມ​ສົນທະນາ “ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ 2015 -
ສັງ​ເກດ​ຈາກ​ບັນດາ​ປະ​ເທດ​ສະມາຊິກ“)

(vovworkd) -ການ​ໂອ້​ລົມ​ສົນທະນາ “ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ 2015 - ສັງ​ເກດ​ຈາກ​ບັນດາ​ປະ​ເທດ​ສະມາຊິກ“ ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/1 ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງໜ້າບັນດາ​ອົງການ​ການ​ທູດ​ປະ​ເທດ​ສະມາຊິກອາ​ຊຽນປະຈຳ​ຫວຽດນາມ​. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ ​ໃນ​ປີ 2015 ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້.

ກ່ຽວ​ກັບ​ວຽກ​ງານ​ກະກຽມ​ຂອງ​ຫວຽດນາມ ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​. ທ່ານ ຫງວຽນ​ຫວູຕູ໋, ຫົວໜ້າ​ຄະນະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນຂອງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

ກ່ຽວ​ກັບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ເອກະສານ​ກຳນົດຫຼາຍ​ສະບັບ, ມີ​ການ​ຊີ້​ນຳ​ນຳພາຂອງ​ທ່ານນາຍົກລັດຖະ ມົນຕີທີ່​ກ່ຽວຂ້ອງ​ເຖິງ​ການ​ຕ້ານ​ກໍ່​ການ​ຮ້າຍ, ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ… ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ພວກ​ເຮົາ​ໄດ້​ມີ​ຄຳ​ໝັ້ນ​ສັນຍາ​ຫຼຸດຜ່ອນ​ພາສີ ​ແລະ ຫັນ​ຕະຫຼາດ​ເປັນ​ເສລີ. ກ່ຽວ​ກັບ​ດ້ານ​ວັດທະນະທຳ​ສັງຄົມ, ​ໃນ​ຈຳນວນ 16 ລາຍການ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​ໄດ້​ຮັບຮອງ​ເອົາ​ນັ້ນ, ມີ 45/66 ​ໂຄງການ​ແມ່ນ​ຂຶ້ນ​ກັບ​ລາຍ​ຊື່​ບັນດາວຽກ​ງານຕ້ອງ​ເຮັດ​ເພື່ອເຊື່​ອມ ໂຍງ​ເຂົ້າ​ກັບ​ອາ​ຊຽນ

ທີ່​ການ​ໂອ້​ລົມ​ສົນທະນາ, ນອກຈາກ​ການ​ແບ່ງປັນ​ບົດຮຽນ​ຂອງ​ຕົນ​ໃນ​ການ​ຂຸດ​ຄົ້ນ, ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ດ້ວຍ​ຈຸດໝາຍ​ຖື​ປະຊາຊົນ​ເປັນ​​ໃຈກາງ, ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ​ກໍ່​ເນັ້ນ​ໜັກ​ເຖິງ​ເລື່ອງ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ເຮັດ​ໃຫ້​ອາ​ຊຽນກາຍ​ເປັນ​ປະຊາ​ຄົມ​ສະໜິດ​ຕິດ​ພັນ​ດ້ານ​ການ​ເມືອງ, ຮ່ວມ​ສຳພັນ ​ແລະ ​ແບ່ງປັນ​ຄວາມ​ຮັບຜິດຊອບໜ້າ​ທີ່ຕໍ່ສັງຄົມ.