ຫວຽດນາມ-ກຳປູເຈຍ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ

Chia sẻ
ວາລະປະຊຸມ​ຄັ້ງ​ທີ 13 ຂອງ​ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດ​ທະ​ນະ​ທຳ, ວິທະຍາສາດ ​ແລະ ​ເຕັກນິກຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ພະນົມ​ເປັນ
ຫວຽດນາມ-ກຳປູເຈຍ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ảnh 1
 ທ່ານ​ຮອງ​ນາຍ​​ົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ແລະ ທ່ານ​ຮອງ​ນາຍ​ົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ກຳປູ​ເຈຍ Hor Nam Hong ໃນວາລະປະຊຸມຄັ້ງທີ 12
(ພາບ: nguyenbathanh.net)


(vovworld) – ​ວາລະປະຊຸມ​ຄັ້ງ​ທີ 13 ຂອງ​ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດ​ທະ​ນະ​ທຳ, ວິທະຍາສາດ ​ແລະ ​ເຕັກນິກຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ພະນົມ​ເປັນ, ປະ​ເທດ ​ກຳປູ​ເຈ​ຍ ​ໃນ​​ເວລາ 2 ວັນ ​​ແຕ່​ວັນ​ທີ 10 ​ແລະ 11/2. ທ່ານ​ຮອງ​ນາຍ​​ົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ກຳປູ​ເຈຍ ​ແລະ ທ່ານ​ຮອງ​ນາຍ​ົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ກຳປູ​ເຈຍ Hor Nam Hong, ປະທານ​ອະນຸ​ກຳມະການ​ຮ່ວມ​ມື ກຳປູ​ເຈຍ - ຫວຽດນາມ ​ເປັນ​ປະທານ​ຮ່ວມ​ວາລະ​ປະຊຸມ​ນີ້.

    ວາລະ​ປະຊຸມ​ຄັ້ງ​ທີ 12 ຂອງຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທີ 23/8/2013. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຊຸກຍູ້​​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຜັນ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ທີ່​ໄດ້​ຮັບ​ອະນຸຍາດ ​ແລະ ​ເຊັນ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ສະບັບ​ໃໝ່​ຄື​ສົມທົບ​ກັນ​ສ້າງ​ໂຄງການ​ວາງ​ແຜນ​ພັດທະນາ​ເຄືອຂ່າຍ​ຕະຫຼາດ​ເຂດ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ​ ​ໄລ​ຍະ 2010 – 2020 ​ໂດຍ​ໄວ. 2 ຝ່າຍ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​​ແລກປ່ຽນ​ວັດທະນະທຳ - ກິລາ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ ​ແລະ​ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ.