ຫວຽດນາມ ໄດ້ຮັບລາງ ວັນກ່ຽວກັບການຫລຸດຜ່ອນ ຄວາມທຸກຍາກອຶດຫິວ ຈາກ FAO

Chia sẻ

ຫວຽດນາມ ​ໄດ້​ຮັບ​ລາງວັນ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມ​ທຸກ​ຍາ​ກອຶດຫິວ ຈາກ FAO

ຫວຽດນາມ ໄດ້ຮັບລາງ ວັນກ່ຽວກັບການຫລຸດຜ່ອນ ຄວາມທຸກຍາກອຶດຫິວ ຈາກ FAO - ảnh 1
ພາບປະກອບ

(vovworld) – ຫວຽດນາມ ພ້ອມ​ກັບ 8 ປະ​ເທດ​ອື່ນ​ເຊິ່ງລວມມີ: ອິນ​ໂດ​ເນ​ເຊຍ, ບຣາຊິນ, ຈີ​ເລ, Ethiopia, Gana, Guyana, Grenada, Nicaraoa) ຫາ​ກໍ່​ໄດ້​ຮັບ “​ລາງວັນກ່ຽວ​ກັບ​ບັນດາ​ຄວາມກ້າວ​ໜ້າ​ພົ້ນ​ເດັ່ນ​ໃນ​ບັ້ນ​ເຄື່ອນ​ໄຫວ​ຕ້ານ​ຄວາມ​ອຶດຫິວ​ທຸກ​ຍາກ ​ແລະ ຂາດ​ທາດ​ບຳລຸງປີ 2013” ຈາກ​ອົງການອາຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ (FAO) ມອບ​ໃຫ້. ພິທີ​ມອບ​ລາງວັນ​ດັ່ງກ່າວ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ກາງ​ເດືອນ 6 ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ Roma ປະ​ເທດ ອີ​ຕາ​ລີ. FAO ​ໃຫ້​ຮູ້​ວ່າ 30 ປະ​ເທດ​ອື່ນ​ທີ່​ມາ​ຈາກ​ພາກ​ພື້ນ​ຕ່າງໆ​ໃນ​ໂລກ ກໍ່​ຈະ​ໄດ້​ຮັບ​​ໃບ​ຢັ້ງຢືນ​ກິ​ຕິ​ມະ​ສັກ​ກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ການ​ເພີ່​ມພູນ​ຜະລິດ​ສະບຽງ​ອາ​ຫານ.