ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ປະ​ທານ UNESCO ຕາງ​ໜ້າ​ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

Chia sẻ
(VOVWORLD) - ທ່ານ ຮ່າກິມງອກຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ບັນດາລາຍການ, ກິດຈະກຳໃຫຍ່ໃນຂົງເຂດເຊິ່ງ UNESCO ໄດ້ຜັນຂະຫຍາຍໃນ 2 ປີຜ່ານມາ ໄດ້ມີການປະກອບສ່ວນຂອງ ຫວຽດນາມ ໃນບາງການເຄື່ອນໄຫວທີ່ພົ້ນເດັ່ນ

ໃນຂອບເຂດກອງປະຊຸມຄັ້ງທີ 42 ສະມັດຊາໃຫຍ່ ອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 7 – 22 ພະຈິກ, ຢູ່ສຳນັກງານ UNESCO ທີ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ຫວຽດນາມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງຮອງປະທານຜູ້ຕາງໜ້າໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ.

ດ້ວຍໜ້າທີ່ໃໝ່ດັ່ງກ່າວ, ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຮັບດຳລົງບົດບາດໜ້າທີ່ຢູ່ 4 ກົນໄກຫຼັກແຫຼ່ງຂອງ UNESCO ໃນເວລາດຽວກັນ (ສະມາຊິກສະພາບໍລິຫານງານ UNESCO, ຮອງປະທານຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2005 ວ່າດ້ວຍການປົກປັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງການພັນລະນາວັດທະນະທຳ, ສະມາຊິກຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ວ່າດ້ວຍການອະນຸລັກຮັກສາມໍລະດົກວັດທະນະທຳນາມມະທຳ). ດ້ວຍໝາກຜົນນີ້, ຫວຽດນາມ ໄດ້ມີເງື່ອນໄຂເຂົ້າຮ່ວມວິວັດການບໍລິຫານ, ກຳນົດບັນດານະໂຍບາຍ, ການຕັດສິນສຳຄັນຂອງ UNESCO ໂດຍກົງ.

ກ່າວຄຳເຫັນທີ່ວາລະຄົບຄະນະຂອງບັນດາການນຳກ່ຽວກັບນະໂຍບາຍລວມຂອງ ສະມັດຊາໃຫຍ່ UNESCO ທີ່ໄດ້ດຳເນີນໃນວັນທີ 8 ພະຈິກ, ທ່ານ ຮ່າກິມງອກຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ບັນດາລາຍການ, ກິດຈະກຳໃຫຍ່ໃນຂົງເຂດເຊິ່ງ UNESCO ໄດ້ຜັນຂະຫຍາຍໃນ 2 ປີຜ່ານມາ ໄດ້ມີການປະກອບສ່ວນຂອງ ຫວຽດນາມ ໃນບາງການເຄື່ອນໄຫວທີ່ພົ້ນເດັ່ນ. ທ່ານຮອງລັດຖະມົນຕີ ຮ່າກິມງອກ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮ່ວມເດີນທາງພ້ອມກັບ UNESCO ແລະ ບັນດາປະເທດສະມາຊິກຂອງ ອົງການໃນການສ້າງ ແລະ ຮັກສາໂລກແຫ່ງວັດທະນະທຳ, ການສຶກສາ, ວິທະຍາສາດ ພັດທະນາ ແບບຍືນຍົງ.

ຕອບກັບ