ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 12 ຄົນ

Chia sẻ
(VOVWORLD) - ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ເປັນຈຳນວນ 976 ຄົນ, ໃນນັ້ນ, ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 465 ຄົນ, ຈຳນວນຜູ້ເສຍຊີວິດແມ່ນ 24 ຄົນ.
ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 12 ຄົນ - ảnh 1 ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ເປັນຈຳນວນ 976 ຄົນ

ໄລ່ຮອດເວລາ 18 ໂມງຂອງວັນທີ 17 ສິງຫາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 12 ຄົນ, ໃນນັ້ນ ມີ 6 ຄົນຢູ່ ດ່າໜັງ , 4 ຄົນຢູ່ແຂວງ ຫາຍເຢືອງ  , 1 ຄົນ ຢູ່ຮ່າໂນ້ຍ  ແລະ 1 ຄົນໄດ້ຮັບການແຍກຕົວໃນທັນທີ ພາຍຫລັງເຂົ້າເມືອງ ຫວຽດນາມ.

        ເປັນອັນວ່າ, ບວກກັບຜູ້ຕິດເຊື້ອ 2 ຄົນໄດ້ກວດພົບໃນຕອນເຊົ້ານັ້ນ, ທັງວັນທີ 17 ສິງຫາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 14 ຄົນ. ແລະກໍ່ໃນວັນທີ 17 ສິງຫາ, ມີຜູ້ຕິດເຊື້ອ 11 ຄົນ ໄດ້ຮັບການປະກາດຫາຍດີເປັນປົກກະຕິ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ເປັນຈຳນວນ 976 ຄົນ, ໃນນັ້ນ, ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 465 ຄົນ, ຈຳນວນຜູ້ເສຍຊີວິດແມ່ນ 24 ຄົນ.

ຕອບກັບ