ຫວຽດນາມ ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ
Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ...
 
ຫວຽດນາມ ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃນວັນທີ 12 ກໍລະກົດ, ແລະ ມອບຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ໃຫ້ຄຳຕອບກ່ຽວກັບຂໍ້ສະເໜີຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການສ້າງຕັ້ງການພົວພັນຮ່ວມມື ຫວຽດນາມ - ສປຊ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງ ສປຊ ກໍ່ຄືໃນນາມສ່ວນຕົວຂອງທ່ານເລຂາທິການໃຫຍ່ ສປຊ ໃນການໜູນຊ່ວຍ ຫວຽດນາມ, ໃນນັ້ນມີການສ້າງຕັ້ງການພົວພັນຄູ່ຮ່ວມມືກັບບັນດາປະເທດ ຈີ7 ກ່ຽວກັບການຫັນປ່ຽນພະລັງງານ.

        ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ແບ່ງປັນບັນດາສິ່ງທ້າທາຍເຊິ່ງ ຫວຽດນາມ ແລະ ບັນດາປະເທດພວມພັດທະນາຕ້ອງປະເຊີນໜ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ Antonio Guterres  ເນັ້ນໜັກວ່າ, ສປຊ ແລະ ຕົວທ່ານເອງ ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນາການນີ້.

ຕອບກັບ