ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ ຕໍ່ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ WTO (ພາບ:TTXVN) |
ໃນການແລກປ່ຽນເນື່ອງໃນໂອກາດຍື່ນສານຕາຕັ້ງ, ທ່ານນາງ ເລທິຕວຽດມາຍ ໄດ້ຢັ້ງຢືນວ່າ ຫວຽດນາມຢຶດໝັ້ນຕໍ່ນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ, ແມ່ນ ສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ WTO, ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO.
ສ່ວນທ່ານ ຜູ້ອຳນວຍການໃຫຍ່ Azevedo ຫວັງວ່າ ຫວຽດນາມ ຈະມີບັນດາການປະກອບສ່ວນຕັ້ງໜ້າໃຫ້ແກ່ວິວັດທະນາການປະຕິຮູບ WTO, ພິເສດ ໃນສະພາບການລະບົບການຄ້າຫຼາຍຝ່າຍນີ້ພວມຢູ່ໃນໄລຍະທີ່ເຕັມໄປດ້ວຍການທົດສອບດ້ວຍຫຼາຍບັນຫາທີ່ຕ້ອງປ່ຽນແປງເພື່ອໃຫ້ເໝາະສົມກັບສະພາບການໃໝ່ກ່ວາອີກ ແລະ ສືບຕໍ່ຢັ້ງຢືນບົດບາດເປັນເສົາຄ້ຳຂອງການຄ້າທົ່ວໂລກ.