ຫວຽດ​ນາມ ແລະ ເຢຍ​ລະ​ມັນ ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນຮ່ວມ​ມື​​ທີ່ໃຫຍ່ຫຼວງ

Chia sẻ
(VOVWORLD) -   ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ພວມສືບຕໍ່ພັດທະນາຢ່າງດີງາມໃນຫຼາຍຂົງເຂດ ແລະ ກຳລັງບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງທີ່ສຸດ ດ້ວຍກາລະໂອກາດໃໝ່ຫຼາຍຢ່າງ.
ຫວຽດ​ນາມ ແລະ ເຢຍ​ລະ​ມັນ ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນຮ່ວມ​ມື​​ທີ່ໃຫຍ່ຫຼວງ - ảnh 1ທ່ານເອກອັກຄະລັດຖະທູດ ຫວູກວາງມິງ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ພາຍຫຼັງພິທີຍື່ນສານຕາຕັ້ງໃນວັນທີ 7 ເມສາ, ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໃຫ້ຂໍ້ສັງເກດວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ພວມສືບຕໍ່ພັດທະນາຢ່າງດີງາມໃນຫຼາຍຂົງເຂດ ແລະ ກຳລັງບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງທີ່ສຸດ ດ້ວຍກາລະໂອກາດໃໝ່ຫຼາຍຢ່າງ.

        ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຫວັງວ່າ ຈະມີໂອກາດແລກປ່ຽນກັບບັນດາປະຊາຄົມຊາວ ຫວຽດນາມ ໃນທົ່ວປະເທດ ເຢຍລະມັນ ເພື່ອສ້າງອົງການຈັດຕັ້ງລວມຂອງປະຊາຄົມຊາວ ຫວຽດນາມ ທັງໝົດ ທີ່ອາໄສຢູ່ ເຢຍລະມັນ ໂດຍໄວ, ບົນພື້ນຖານຮ່ວມສຳພັນຢ່າງມີໄຫວພິບ ແລະ ກວ້າງຂວາງ, ເຄົາລົບສິດເປັນເຈົ້າ, ສີສັນ ແລະ ລັກສະນະເອກະລາດຂອງປະຊາຄົມ.


ຕອບກັບ