ຫວຽດນາມ ແລະ ອີຢູ ມານະພະຍາຍາມ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໂດຍໄວ

Chia sẻ
(VOVWORLD) -ສັນຍາ EVFTA  ພວມໄດ້ຮັບຄວາມມານະພະຍາຍາມປະຕິບັດສໍາເລັດບັນດາລະບຽບການຈາກສອງຝ່າຍ ເພື່ອອາດຈະລົງນາມ ແລະ ໃຫ້ສັດຕະຍາບັນໂດຍໄວ.
ຫວຽດນາມ ແລະ ອີຢູ ມານະພະຍາຍາມ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໂດຍໄວ - ảnh 1 ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດ (ພາບ:news.zing.vn)

ໃນການປະຊຸມຂ່າວປະຈໍາເດືອນຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ດໍາເນີນໃນຕອນບ່າຍວັນທີ 25 ຕຸລາ ຢູ່ຮ່າໂນ້ຍ. ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ: ສັນຍາ EVFTA  ພວມໄດ້ຮັບຄວາມມານະພະຍາຍາມປະຕິບັດສໍາເລັດບັນດາລະບຽບການຈາກສອງຝ່າຍ ເພື່ອອາດຈະລົງນາມ ແລະ ໃຫ້ສັດຕະຍາບັນໂດຍໄວ. ທ່ານນາງ ເລທິທູຮັ່ງ ກ່າວວ່່າ:

        “ວັນທີ 17 ຕຸລາ 2018 ຜ່ານມາ, ຄະນະກໍາມະການເອີຣົບ ໄດ້ຕົກລົງຍື່ນສະເໜີສະພາເອີຣົບ ຮັບເອົາ ເພື່ອລົງນາມສັນຍາ EVFTA ຢ່າງເປັນທາງການ. ນີ້ແມ່ນບາດກ້າວພັດທະນາສໍາຄັນ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງສອງຝ່າຍ ໃນການຊຸກຍູ້ EVFTA  ປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານ ແລະ ການສະໜັບສະໜູນສໍາລັບການຄ້າເສລີພ້ອມກັນມີຜົນປະໂຫຍດ ແລະ ລະບົບການຄ້າຫຼາຍຝ່າຍເປີດ. ບົນຈິດໃຈນັ້ນ, ສອງຝ່າຍ ກໍຄວນພ້ອມກັນມານະພະຍາຍາມ ຊຸກຍູ້ເພື່ອອາດຈະລົງນາມ, ໃຫ້ສັດຕະຍາບັນ ແລະ ນໍາສັນຍານີ້ ກ້າວເຂົ້າສູ່ການປະຕິບັດໂດຍໄວ”.

ຕອບກັບ